ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ອົງ​ການ​ເອ​ເປັກ​ທີ່​ດາ​ນັງ
2017-11-13 16:11:11  cri 
ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຜູ້​ນຳ​ອົງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ຫຼື ເອ​ເປັກ(APEC) ຄັ້ງ​ທີ 25 ທີ່​ຈັດ​ຂຶ້ນ​ຢູ່​ດາ​ນັງ​ປະ​ເທດ​ຫວຽດ​ນາມ​ໄດ້​ອັດ​ລົງ​ໃນ​ວັນ​ທີ 11 ພະ​ຈິກ​ນີ້ ໂດຍ​ຜູ້​ນຳ​ຂອງ​ບັນ​ດາ​ປະ​ເທ​ດ​ສະ​ມາ​ຊິກ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ "ສ້າງ​ພະ​ລັງ​ແຮງ​ໃໝ່, ​ສ້າງ​ອະ​ນາ​ຄົດ​ທີ່​ມີ​ການ​ຊົມ​ໃຊ້ຮ່ວມ​ກັນ" ເຊັ່ນ: ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ,ການ​ປະ​ດິດ​ສ້າງ​ໃໝ່​ແລະ​ການ​ເຕີບ​ໂຕ​ແບບກວມ​ລວມ,ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ,ການ​ຫຼຸດ​ຜ່ອນ​​ໄພ​ທຳ​ມະ​ຊາດແລະ​ເລັ່ງ​ລັດ​ຊຸກ​ຍູ້​ການມອບ​ສິດ​ທາງ​ເສດ​ຖະ​ກິດ​ໃຫ້​ແມ່​ຍິງ​ເປັນ​ຕົ້ນ,ແລະໄດ້​ອອກ "ຖະ​ແຫຼງ​ການກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຜູ້​ນຳ​ອົງ​ການ​ເອ​ເປັກ​ຄັ້ງ​ທີ 25". ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ຕ່າງໆ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ ແລະ​ໄດ້​ວາງ​ແຜນ​ການ​ແບບ​ຈີນ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ.

ທ່ານ ສີ​ຈິ້ນ​ຜິງ ກ່າວ​ປາ​ໄ​ສ​ຕໍ່ກອງ​ປະ​ຊຸມ​ສຸດຍອດ​​ອຸດ​ສາ​ຫະ​ກຳ​ການ​ຄ້າ APEC ວ່າ: ຂະ​ບວນ​ວິ​ວັດ​ຂອງ​ເສດ​ຖະ​ກິດ​ໂລກ​ໄດ້​ຕັ້ງ​ຄວາມ​ຕ້ອງ​ການ​ທີ່​ສູງກວ່າ​ເກົ່າ​ກ່ຽວ​ກັບ​ລະ​ບົບ​ຄຸ້ມ​ຄອງເສດ​ຖະ​ກິດ​ຂອງ​ໂລກ. ການ​ຍຶດ​ໝັ້ນ​ລັດ​ທິ​ຫຼາຍ​ຝ່າຍ,ສະ​ແຫວງ​ຫາ​ການ​ປຶກ​ສາ​ຫາ​ລື​,ການ​ກໍ່​ສ້າງ​ແລະ​ການ​ຊົມ​ໃຊ້​ຮ່ວມ​ກັນ,ສ້າງ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ທີ່​ແໜ້ນ​ແຟ້ນ,ສ້າງ​ປະ​ຊ​າ​ຄົມຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ ແມ່ນ​ທ່າ​ອ່ຽງ​ຂອງ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​​ໂລກ​ຢ່າງແນ່ນອນພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່.

ໃນ​ຖະ​ແຫຼງ​ການກອງ​ປະ​ຊຸມ​ຄັ້ງ​ນີ້,ກຸ່ມເສດ​ຖະ​ກິດ​​ສະ​ມາ​ຊິກ​ຕ່າງໆໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ,ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ອາ​ຊີ​ປາ​ຊີ​ຟິກ,ປົກ​ປ້ອງ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຢ່າງເສ​ລີແລະເປີດ​ປະ​ຕູ,ຊຸກ​ຍູ້​ໃຫ້​ບັນ​ລຸ​ເປົ້​າ​ໝາຍ Bogor ປີ 2020. ຖະ​ແຫຼງ​ການ​ຍັງ​ໄດ້​ເນັ້ນໃຫ້​ໃຊ້​ຫຼາຍມາດ​ຕະ​ການ​ເປັນ​ພິ​ເສດ,ເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ເຂົ້າ​ຮ່ວ​ມ​ການແບ່ງ​ງານ​ໃນ​ຕ່ອງ​ໂສ້​ຄຸນ​ຄ່າ​ໂລກ​ພາຍ​ໃຕ້ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ແລະ​ເສດ​ຖະ​ກິດ​ດີ​ຈີ​ຕອນ ເພື່ອ​ຍົກ​ລະ​ດັບ​ຄວາມ​ສາ​ມາດການ​ປະ​ດິດ​ສ້າງ​ໃໝ່​ແລະ​ກຳ​ລັງ​ແຂ່ງ​ຂັນໃຫ້​ສູງ​ຂຶ້ນ.

ອາ​ຊີ​ປາ​ຊີ​ຟິກ​ທີ່​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ ຍ່ອມ​ຈະ​​ເຊື່ອມ​ຈອດ​ກັນ. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້,ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ຈີນ​ສະ​ເໜີ​ນັ້ນ​ຍິ່ງ​ໄດ້​ຮັບ​ການ​ພິ​ຈາ​ລະ​ນ​າ​ຢ່າງ​ເຄັ່ງ​ຮ້ອນ. ທ່ານ ນາ​ຈິບ ຕຸນ​ຣາ​ຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ກ່າວ​ໃນ​ການ​ປຶກ​ສາ​ຫາ​ລື​ຫົວ​ຂໍ້​ຕົ້ນ​ຕໍ​ຂອງກອງ​ປະ​ຊຸມ​ວ່າ: ບໍ່​​ມີ​ກຸ່ມເສດ​ຖະ​ກິດ​ໃດໆ​ສາ​ມາດ​ບັນ​ລຸ​ການ​ເຊື່ອ​ມ​ຈອດ​ກັນ​ໄດ້​ດ້ວຍຕົນ​ເອງ. ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄ​ດ້​ສ້າງເວ​ທີ​ແຫ່ງ​ການ​ຮ່ວມມື​ທັງ​ທຶນ​ຮອນ,ເຕັກ​ໂນ​ໂລ​ຊີ,ພື້ນ​ຖານ​ໂຄງ​ລ່າງ​ແລະ​ອື່ນໆ ເພື່ອ​ໃຫ້​ການ​ເຊື່ອມ​ຈອດ​ກັນ​ ​ບັນ​ລຸ​ຜົນ​ເປັນ​ຈິງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ