ທ່ານ​ຫລີ​ເຄີ້ສຽງ​ເຂົ້າ​ຮ່ວມ​ກອງປະຊຸມ​​ຜູ້ນຳການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ ​ແລະ​ຢ້ຽມຢາມ​ຟິລິປິ​ນຢ່າງ​ເປັນ​ທາງ​ການ
2017-11-13 16:32:13  cri 
​ຕອນບ່າຍ​ວັນ​ທີ 12 ພະຈິກ​ນີ້, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ໂຣດຣີໂກ ດຸ​ເຕິຣ​ແຕ ປະທານາທິບໍດີ​ຟິລິປິ​ນ ​ເຊິ່ງ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ອາ​ຊຽນ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ໄປ​ນະຄອນ​ຫຼວງ​ມະນິລາ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ຜູ້​ນຳ​ຈີນ-ອາ​ຊຽນ (10+1)​ ເທື່ອ​ທີ 20, ກອງ​ປະຊຸມ​ຜູ້ນຳ​ອາ​ຊຽນກັບ​ຈີນ, ຍີ່​ບຸ່ນ, ສ.​ເກົາຫຼີ (10+3) ​ເທື່ອ​ທີ 20 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 12​ ທີ່​ຈັດ​ຂຶ້ນ​ແຕ່ວັນ​ທີ 12 ຫາ​ວັນ​ທີ 14 ພະຈິກ​ນີ້ ​ແລະ​ຈາກ​ນັ້ນ​ຈະ​ຢ້ຽມຢາມຟິລິປິ​ນຢ່າງ​ເປັນ​ທາງ​ການ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ: ປີ​ນີ້​​ເປັນ​ປີ​ຄົບຮອບ 50 ປີ​ໃນ​ການ​ສ້າງ​ຕັ້ງອາ​ຊຽນ ​ແລະ 20 ປີ​ແຫ່ງ​ການ​ຮ່ວມ​ມື 10+3. ປັດຈຸບັນ​, ​ພວກ​​ເຮົາ​ສາມາດຮັກສາ​ຄວາມ​ໝັ້ນຄົງ, ການ​ຮ່ວມ​ມື ​ແລະ​ການພັ​ດທະນາ ທັງ​ຮັກສາ​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິ​ດ​ໂລກ ​ເຊິ່ງ​ເປັນ​ກຳ​ລັງ​ທີ່​ໝັ້ນຄົງ​ຂອງ​ໂລກ​ພາຍ​ໃຕ້ສະພາບ​ການ​ທີ່ສະຫຼັບ​ສັບ​ຊ້ອນ. ຈີນ​ຍິນ​ດີ​ວາງ​ແຜນການ​ພັດທະນາ​​ໃນ​ຈຸດ​ເລີ່​ມຕົ້ນ​ໃໝ່ຂອງ​ອາ​ຊຽນ ​ເພື່ອ​ສ້າງ​ປະຊາ​ຄົມ​ຮ່ວມຊາ​ຕາ​ກຳ ​ແລະ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນຍິ່ງໆ​ຂຶ້ນ.

ທ່ານ​ກ່າວ​ຕື່ມ​ວ່າ: ປັດຈຸບັນ, ສາຍ​ພົວພັນ​ຈີນ-ຟິລິປິ​ນ​ໄດ້​ຮັບການ​ພັດທະນາ​ຢ່າງໝັ້ນ​ທ່ຽງ​ ເຊິ່ງສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ ​ແລະ​ຄວາມ​ຫວັງ​ຂອງ​ປະຊາຊົນ​ສອງ​ຊາດ. ຂ້າ​ພະ​ເຈົ້າ​ຍິນ​ດີ​ແລກປ່ຽນຄຳ​ຄິດ​ເຫັນ​ກັບ​ຜູ້ນຳ​ຟິລິປິ​ນ​ໃນການປັບປຸງ​ສາຍ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ໃຫ້ດີ​ຂຶ້ນ​ກວ່າ​​ເກົ່າຕື່ມ​ອີກ, ລົງ​ເລິກ​ການ​ຮ່ວມ​ມື​ ​ແລະ​ປັບປຸງ​​ໃນ​ຖານະ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ໃນ​​ໄລຍະ​ຍາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ