ຈີນ​ສະ​ເໜີ​​ໃຫ້ວາງ "ວິ​ໄສ​ທັດ​ສາຍ​ພົວ​ພັນ​ຄູ່​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ 2030"
2017-11-13 19:31:46  cri 
ຕອນ​ບ່າຍ​ວັນ​ທີ 13 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ຈີນ-ອາ​ຊຽນ ຫຼື ອາ​ຊຽນ+1 ຄັ້ງ​ທີ 20 ໄດ້​ຈັດ​ຂຶ້ນ​ຢູ່​ສູ​ນ​ປະ​ຊຸມ​ສາ​ກົນ​ຟິ​ລິບ​ປິນ ໂດຍ​ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມ ແລະ ​ກ່າວ​ປາ​ໄສ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ, ໃນ​​ບັນ​ດາສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຂອງ​ອາ​ຊຽນ, ສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ເປັນ​ສາຍ​ພົວ​ພັນ​ທີ່​ມີ​​ຊີ​ວິດ​ຊີ​ວາ ແລະ ມີ​ເນື້ອ​ໃນ​ທີ່​ອຸ​ດົມ​ສົມ​ບູນ​ທີ່​ສຸດ ເຊິ່ງ​ເປັນ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ. ຈີນ​ໄດ້​ເຂົ້າ​ເປັນ​​ປະ​ເທດ​ພາ​ຄີ "​ສົນ​ທິສັນ​ຍາ​ໄມ​ຕີ​ຈິດ​ແລະ​ການ​ຮ່​ວມ​ມືໃນ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້" ກ່ອນ​ໝູ່, ໄດ້​ສ້າງ​ສາຍ​ພົວ​ພັນ​ຄູ່​ຍຸດ​ທະ​ສາດ​ກັບ​ອາ​ຊຽນ​ກ່ອນ​ໝູ່ ແລະ​​ເລີ່ມ​ຂະ​ບວນ​ການ​ເຈ​ລະ​ຈາ​ເຂດ​ການ​ຄ້າ​ເສ​ລີ​ກັບ​ອາ​ຊຽນ​ກ່ອນ​ໝູ່. ພວກ​ເຮົາ​ຕ້ອງ​ກຳ​ທິດ​ທາງ​ໃຫຍ່​ແຫ່ງ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ທີ່​​ອ່ອນ​ໄຫວ​ຢ່າງ​ເໝາະ​ສົມ​ ໂດຍ​ຜ່ານ​ວິ​ທີ​ທາງ​ສົນ​ທະ​ນາ​ແລະ​ປຶກ​ສາ​ຫາ​ລື​ກັນ ເພື່ອ​ເຮັດ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ກ້າວ​ໄປ​ໜ້າ​ຕາມ​ໂຄ​ຈອນ​ຖືກ​ຕ້ອງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ເນັ້ນ​ວ່າ, ໂດຍອ​ວ່າຍ​ໜ້າ​ສູ່​ອະ​ນາ​ຄົດ, ຈີນ​ຍິນ​ດີ​ດີ​ຮ່ວມ​ກັບ​ປະ​ເທດ​ໃນ​ອາ​ຊຽນ​ເດີນ​ຕາມ​ກະ​ແສຂອງ​ຍຸກ​ສະ​ໄໝ​ແຫ່ງ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ ແລະ​ເຕົ້າ​ໂຮມ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ວັງ​ຊາ​ຂອງ​ປະ​ຊາ​ຊົນ 2 ຕື້​ຄົນ​ໃນ​ພາກ​ພື້ນ​ນີ້ ເພື່ອ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ສອງ​ຝ່າຍ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່. ຈີນ​ສະ​ເໜີ​ໃຫ້​ວາງ "ວິ​ໄສ​ທັດ​ສາຍ​ພົວ​ພັນ​ຄູ່​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ 2030" ຍົກ​ລະ​ດັບ​ຂອບ​ການ​ຮ່ວມ​ມື 2 + 7 ຂຶ້ນເປັນ ຂອບ​ການ​ຮ່ວມ​ມື 3 + X, ​ສ້າງ​ຂອບ​ການ​ຮ່ວມ​ມື​ໃໝ່ ທີ່​ຖື​ເອົາ​ 3 ເສົາ​ຄ້ຳ ຄື ການ​ເມືອງ​ແລະ​ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ ແລະ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ເປັນ​ສາຍຫຼັກ ແລະ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ເປັນ​ສິ່ງ​ຄ້ຳ​ປະ​ກັນ, ເພີ່ມ​ຕື່ມ​ເນື້ອ​ໃນ​ລັກ​ສະ​ນະ​ທົ່ວ​ໂລກຫຼາຍກວ່າ​ເກົ່າ​ເຂົ້າ​ໃສ່​ການ​ຮ່ວມ​ມື​ຈີນ-ອາ​ຊຽນ ແລະ​ສ້າງ​ເປັນ​ແບບ​ຢ່າງ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ໃຕ້-ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ