ເລີ່ມຂະບວນໃໝ່ແຫ່ງການຕ່າງປະເທດຂອງປະເທດໃຫຍ່ທີ່ມີສີສັນພິເສດຈີນໃນຍຸກໃໝ່——ຄຳເຫັນຂອງທ່ານຫວາງຢີ້,ລັດຖະມົນຕີກະຊວງການຕ່າງປະເທດຈີນກ່ຽວກັບທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມສຸດຍອດບໍ່ເປັນທາງການຂອງອົງການເອເປັກ ແລະຢ້ຽມຢາມ ສສ ຫວຽດນາ ແລະ ສປປ ລາວ
2017-11-14 21:55:59  cri 
ນັບແຕ່ວັນທີ 10-14 ພະຈິກນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ
ສປ ຈີນໄດ້ເດີນທາງໄປເມືອງດານັງ ສສ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດບໍ່ເປັນທາງການຂອງອົງການຮ່ວມມື
ເສດຖະກິດອາຊີປາຊີຟິກ (APEC) ຄັ້ງທີ 25 ແລະຢ້ຽມຢາມ ສສ ຫວຽດນາມ ແລະ ສປປ ລາວທາງລັດຖະກິດ. ທ່ານຫວາງ
ຢີ້,ລັດຖະມົນຕີກະຊວງ ການຕ່າງປະເທດຈີນກ່າວວ່າ ໃນເວລາ 5 ວັນທີ່ຜ່ານມາ, ທ່ານປະທານສີຈິ້ນຜິງໄດ້ເຂົ້າຮ່ວມກິດຈະກຳ
ສອງຝ່າຍແລະຫຼາຍຝ່າຍ 40 ກວ່າຄັ້ງຢ່າງຕໍ່ເນື່ອງກັນໂດຍບໍ່ຮູ້ສຶກເຖິງຄວາມອິດເມື່ອຍ, ເພື່ອສະແຫວງ ຫາການສະໜັບສະໜູນ
ຢ່າງກວ້າງຂວາງກວ່າເກົ່າໃຫ້ແກ່ການພັດທະນາໃນອະນາຄົດ, ສ້າງອະນາຄົດທີ່ ສົດໃສກວ່າເກົ່າເພື່ອການຮ່ວມມືຂອງພາກພື້ນອາ
ຊີປາຊີຟິກ, ແລະໄດ້ເພີ່ມພະລັງແຮງອັນເຂັ້ມແຂງເຂົ້າໃນການພົວພັນຈີນ-ຫວຽດນາມ ແລະຈີນ-ລາວ ເຊິ່ງໄດ້ສະແດງໃຫ້ເຫັນໃນ
ຫຼາຍດ້ານດັ່ງນີ້:

ໜຶ່ງ: ໄດ້ບັນຍາຍເສັ້ນທາງພັດທະນາຂອງຈີນ, ເປີດກວ້າງຄວາມເຫັນດີເຫັນພ້ອມຈາກປະຊາຄົມໂລກ. 

ຄຽງຄູ່ກັບຈີນນັບມື້ນັບເດີນໄປສູ່ຈຸດໃຈກາງຂອງເວທີໂລກ, ອະນາຄົດ ແລະຊາຕາກຳຂອງຈີນ ໄດ້ພົວພັນກັບໂລກນັບມື້ນັບແໜ້ນ
ແຟ້ນຂຶ້ນຕື່ມ. ທ່ານປະທານສີຈິ້ນຜິງໄດ້ສຸມໃສ່ການພັດທະນາຂອງ ຈີນໃນຍຸກໃໝ່ທີ່ສົມທົບກັບທົ່ວໂລກ, ກຳກັບການປ່ຽນແປງດ້ານ
ປະຫວັດສາດຂອງຈີນທີ່ພົວພັນກັບພາຍນອກ, ໄດ້ບັນລະຍາຍເສັ້ນທາງ ແລະທັດສະນະຂອງຈີນໃນການພັດທະນາ, ອັນໄດ້ເພີ່ມ
ກຳລັງທີ່ສ້າງສັນ ແລະ ຄວາມໝັ້ນຄົງຂອງຈີນເຂົ້າໃນສະຖານະການສາກົນ ແລະພາກພື້ນທີ່ເຕັມໄປດ້ວຍສິ່ງທ້າທາຍ. ທ່ານປະ
ທານສີຈິ້ນຜິງໄດ້ບັນຍາຍທັດສະນະແກນກາງ ແລະເປົ້າໝາຍລວມຂອງນະໂຍບາຍການ ຕ່າງປະເທດຂອງປະເທດໃຫຍ່ທີ່ມີສີສັນ
ພິເສດຂອງຈີນຢູ່ໃນກິດຈະກຳຕ່າງໆ ໂດຍເນັ້ນວ່າ ຈີນຈະຍຶດ ໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ເປັນກຳລັງແກນ
ກາງໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກກໍ່ຄືພາກພື້ນອາຊີປາຊີຟິກ ແລະໄດ້ຮັບຄວາມຍິນດີຕ້ອນຮັບ
ແລະຄວາມຊົມເຊີຍ ຢ່າງສູງໂດຍທົ່ວໄປ.

ທ່ານປະທານສີຈິ້ນຜິງປະກາດວ່າຈີນຈະຈັດງານວາງສະແດງການຄ້າຂາເຂົ້າຂາອອກສາກົນເລີ່ມແຕ່ປີໜ້າເປັນຕົ້ນໄປ ເຊິ່ງເປັນ
ການປະດິດສ້າງທີ່ບໍ່ເຄີຍມີມາກ່ອນຂອງບັນດາອົງກອນເສດຖະກິດສຳຄັນໃນໂລກ, ອັນໄດ້ສະແດງໃຫ້ເຫັນທ່າທີທີ່ຕັ້ງໜ້າຂອງຈີນ
ໃນການແບ່ງປັນໂອກາດທາງຕະຫຼາດ ແລະໂອກາດການພັດທະນານຳກັນ.

ສອງ: ນຳພາການຮ່ວມມືໃນພາກພື້ນອາຊີປາຊີຟິກລົງເລິກຄວາມໄວ້ເນື້ອເຊື່ອໃຈກັນ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະ
ຫວ່າງທຸກຝ່າຍໃນຂົງເຂດຕ່າງໆ.

ທ່ານຫວາງຢີ້ກ່າວວ່າ, ໃນກອງປະຊຸມເອເປັກທີ່ເມືອງດານັງ ສສ ຫວຽດນາມ, ທ່ານປະທານສີຈິ້ນຜິງໄດ້ສົ່ງເສີມໃຫ້ຖືຄັນທຸງແຫ່ງ
ການເປີດປະຕູ ໂອບເອື້ອຍອາລີ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຮ່ວມກັນ, ອອກແຮງຊຸກຍູ້ຂະບວນວິວັດຫັນເສດຖະກິດອາຊີ
ປາຊີຟິກເປັນອັນໜຶ່ງອັນດຽວກັນ, ສົ່ງເສີມ ໃຈການພົວພັນຄູ່ຮ່ວມອາຊີປາຊີຟິກ, ອັນໄດ້ເສີມຂະຫຍາຍບົດບາດທີ່ເປັນຜູ້ທີ່ຮັກສາ
ຄວາມໜັກແໜ້ນ, ນຳພາທິດຂະຫຍາຍ ແລະກຳນົດຫຼັກພື້ນຖານ. ພາຍໃຕ້ການຊຸກຍູ້ຂອງຈີນ, ຖະແຫຼງການຂອງຜູ້ນຳທີ່ຮ່ວມປະ
ຊຸມໄດ້ບັນທຶກຢ່າງຈະແຈ້ງກ່ຽວກັບການຊຸກຍູ້ການຄ້າແລະການລົງທຶນຢ່າງເສລີແລະເປີດປະຕູ, ສືບຕໍ່ຄັດຄ້ານລັດທິປົກປ້ອງ.ກອງ
ປະຊຸມຕົກລົງຊຸກຍູ້ການສ້າງສາເຂດການຄ້າເສລີອາຊີປາຊີຟິກຢ່າງຮອບດ້ານແລະເປັນລະບົບ ເຊິ່ງເປັນຄວາມຄືບໜ້າອັນໃໝ່ບົນ
ພື້ນຖານແຜນການປັກກິ່ງແລະຖະແຫຼງການ ຣີມາ.

ໃນໄລຍະເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານປະທານສີຈິ້ນຜິງຍັງໄດ້ເຂົ້າຮ່ວມກອງປະຊຸມສົນທະນາລະຫວ່າງຜູ້ນຳອົງການເອເປັກ
ແລະອາຊຽນນີ້ແມ່ນການສົນທະນາແບບລວມໝູ່ກັບບັນດາຜູ້ນຳອາຊຽນພາຍໃຕ້ຂອບຫຼາຍຝ່າຍທີ່ປະມຸກລັດຈີກເຂົ້າຮ່ວມເປັນຄັ້ງທຳ
ອິດໃນຮອບຫຼາຍປີມານີ້. ທ່ານສີຈິ້ນຜິງສົ່ງເສີມໃຫ້ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ເຊື່ອຈອດກັບຍຸດທະສາດພັດທະນາຂອງ
ອາຊຽນ, ເພື່ອສ້າງການພົວພັນຄູ່ຮ່ວມມືຍຸດທະສາດຈີນ-ອາຊຽນທີ່ມີລະດັບສູງກວ່າເກົ່າ, ເດີນໄປສູ່ການສ້າງເປັນປະຊາຄົມຮ່ວມຊາ
ຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ, ອັນໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກຜູ້ນຳບັນດາປະເທດອາຊຽນ.

ສາມ: ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງ, ເພີ່ມທະວີຄວາມສະໜິດສະໜົມລະຫວ່າງຈີນ-ຫວຽດນາມ
ແລະຈີນ-ລາວ.

ທ່ານຫວາງຢີ້ກ່າວວ່າ, ຫຼັງຈາກກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນສຳເລັດລົງ, ທ່ານສີຈິ້ນຜິງກໍເດີນທາງໄປຢ້ຽມຢາມ
ສອງປະເທດດ້ວຍຕຳແໜ່ງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ແລະປະທານປະເທດ ສປ ຈີນ, ໄດ້ບັນ
ລຸຜູ້ນຳສອງປະເທດຈີນ-ຫວຽດນາມ ແລະຈີນ-ລາວຢ້ຽມຢາມເຊິ່ງກັນແລະກັນພາຍໃນປີໜຶ່ງ, ອັນໄດ້ສະແດງໃຫ້ເຫັນເຖິງການໃຫ້
ຄວາມສຳຄັນຢ່າງສູງຕໍ່ການປັບປຸງມິດຕະພານຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ແລະຊຸກຍູ້ການຮ່ວມມືຍຸດທະສາດຮອບດ້ານ, ແລະ
ໄດ້ສົ່ງສັນຍານຈະແຈ້ງໄປໃຫ້ປະຊາຄົມໂລກກ່ຽວກັບຈີນຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກຳກັບປະເທດອ້ອມຂ້າງ ແລະສະໜັບ
ສະໜູນພາລະກິດສັງຄົມນິຍົມ. ຖະແຫຼງການຮ່ວມລະຫວ່າງຈີນ-ຫວຽດນາມ ແລະລະຫວ່າງຈີນ-ລາວ ໄດ້ສະແດງໃຫ້ເຫັນເຖິງ
ຄວາມເປັນເອກະພາບກັນ ທາງການເມືອງຂອງທັງສອງຝ່າຍທີ່ຮ່ວມໄມ້ຮ່ວມແຮງກັນສ້າງອະນາຄົດໃນຕໍ່ໜ້ານີ້. ຈີນກັບຫວຽດນາມ
ແລະ ລາວ ຕ່າງໄດ້ເຊັນສັນຍາຮ່ວມມືເກືອບ 20 ສະບັບ ເຊິ່ງກວມເຖິງຂົງເຂດການກໍ່ສ້າງພື້ນຖານໂຄງ ລ່າງ, ເສດຖະກິດການ
ຄ້າ,ຄວາມສາມາດການຜະລິດ, ສ້າງເຂດຮ່ວມມືເສດຖະກິດ, ການທະນາຄານ, ວິທະຍາສາດເຕັກນິກ, ກະສິກຳ ແລະຊັບພະຍາ
ກອນມະນຸດເປັນຕົ້ນ ອັນໄດ້ສະແດງໃຫ້ເຫັນວ່າທ່າແຮງດ້ານມິດຕະພາບອັນເປັນມູນເຊື້ອນັ້ນພວມນັບມື້ນັບຫັນເປັນໝາກຜົນແຫ່ງ
ການຮ່ວມມືຕົວຈິງ.

ໃນໄລຍະຢ້ຽມຢາມ, ທ່ານສີຈິ້ນຜິງໄດ້ເປັນສັກຂີພິຍານໃຫ້ແກ່ພິທີມອບວັງມິດຕະພາບຫວຽດ ນາມ-ຈີນ, ພິທີວາງສີລະລືກຂອງໂຮງ
ໝໍມະໂຫສົດຂອງລາວ. ທ່ານກ່າວເນັ້ນວ່າ, ການຮ່ວມລະຫວ່າງຈີນ-ຫວຽດນາມ ແລະ ຈີນ-ລາວ ຄວນຫັນໄປສູ່ເນັ້ນການສົ່ງຜົນ
ໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ຫຼາຍ, ເຮັດໃຫ້ປະຊາຊົນທ້ອງຖີ່ນຫຼາຍກວ່າເກົ່າໄດ້ຮັບຜົນປະໂຫຍດ. ໃນໄລຍະຢ້ຽມຢາມ
ຈີນໄດ້ປະກາດມາດຕະການໃໝ່ແຫ່ງການຊ່ວຍເຫຼືອປັບປຸງຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ແລະລາວໃຫ້ດີຂຶ້ນ, ເຮັດ
ແນວນີ້ທັງເປັນການສະແດງເຖິງມິດຕະພາບອັນເປັນມູນເຊື້ອ ແລະຍັງເປັນການສະແດງໃຫ້ເຫັນທ່າທີຂອງຈີນທີ່ປະຕິບັດຕໍ່ຜົນປະ
ໂຫຍດຢ່າງຖືກຕ້ອງ.

ສຸດທ້າຍ, ທ່ານຫວາງຢີ້ກ່າວວ່າ, ການຢ້ຽມຢາມຄັ້ງນີ້ຂອງທ່ານສີຈິ້ນຜິງໄດ້ເນັ້ນເຖິງບັນດາປະເທດ ອ້ອມຂ້າງ, ຖືອາຊີປາຊີຟິກເປັນ
ພື້ນຖານ ແລ້ວເລັ່ງສາຍຕາໄປສູ່ທົ່ວໂລກ ແມ່ນການຢ້ຽມຢາມຄັ້ງປະຫວັດສາດທີ່ມີຄວາມໝາຍຮອບດ້ານກວມລວມ. ຫຼັງຈາກໄດ້
ຕ້ອນຮັບຜູ້ນຳອາເມລິກາ ແລະຣັດເຊຍໄປຢ້ຽມ ຢາມຈີນແລ້ວ, ຜູ້ນຳຈີນໄປຢ້ຽມຢາມປະເທດອ້ອມຂຫາງ ເຮັດໃຫ້ການຕ່າງປະ
ເທດຂອງຈີນມີຄວາມຄືບໜ້າອັນໃໝ່, ການຕ່າງປະເທດຂອງປະເທດໃຫຍ່, ການຕ່າງປະເທດກັບບັນດາປະເທດອ້ອມຂ້າງ ແລະ
ການຕ່າງປະເທດຫຼາຍຝ່າຍໄດ້ຮັບການຂະຫຍາຍຕົວຢ່າງຮອບດ້ານ ເຊິ່ງເປັນການເລີ່ມຕົ້ນທີ່ດີຂອງການຕ່າງປະເທດຂອງຈີນ
ໃນຍຸກໃໝ່ຫຼັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ