ຈີນ,ລາວ​ແລະ​ຫວຽດ​ນາມ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-11-14 17:30:29  cri 
ວັນ​ທີ 14 ພະ​ຈິກ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຖະ​ແຫຼງວ່າ ​​ໃນໄລ​ຍະ​ທີ່ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ຫວຽດ​ນາມແລະ​ລາວ, ຈີນ​ແລະ​ສອງ​ປະ​ເທດ​ດັ່ງ​ກ່າວ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ທ່ານ​ເກິງ​ສວງ​ຢືນ​ຢັນ​ວ່າ ​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊິ່ງ​ເນື້ອ​ໃນ​ແກນ​ກາງ​ກໍ​ຄື​ສົ່ງ​ເສີມ​ການ​ກໍ່​ສ້າງ​ແລະ​ການ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ,ເພີ່ມ​ທະ​ວີ​ການ​ປະ​ສານ​ດ້ານ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ແລະ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ເພື່ອ​ຊຸກ​ຍູ້​ໃກ້​ບັນ​ດາ​ປະ​ເທດພັດ​ທະ​ນາ​​ຮ່ວມ​ກັນ ແລະ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຫວຽດ​ນາມ, ລາວ ກໍ​ຄື​ປະ​ເທດ​​ອື່ນໆທີ່​ມີ​ເປົ້າ​ໝາຍ​ຮ່ວມ​ກັນ​ນັ້ນ​ສືບ​ຕໍ່​ຮ່ວມ​ມື​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະ​ຊຸກ​ຍູ້​ໃຫ້​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ພາກ​ພື້ນ​ໃຫ້​ພັດ​ທະ​ນາ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ