ທ່ານ​ສີ​ຈິ້ນ​ຜິງ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ
2017-11-14 18:34:00  cri 


ວັນ​ທີ 14 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ທອງ​ລຸນ​ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຢູ່​ສູນ​ປະ​ຊຸມ​ແຫ່ງ​ຊາດ​ນະ​ຄອນຫຼວງວຽງ​ຈັນ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ຈີນ-ລາວ​ເປັນ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ມີ​ພູ​ຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ. ຂ້າ​ພະ​ເຈົ້າ​ແລະ​ທ່ານ​​ເລ​ຂາ​ທິ​ການ​ໃຫຍ່​,ປະ​ທານ​ປະ​ເທດບຸນ​ຍັງ​ວໍ​ລະ​ຈິດ​ເປັນ​ເອ​ກະ​ພາບ​ກັນ​ວ່າ ການ​​ທີ່ປັບ​ປຸງ​ແລະ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ລາວ​ໃນ​ສະ​ພາບ​ການ​ໃໝ່​ນັ້ນ​ຄວນ​ສຸມ​ໃສ່​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ການ​ຮ່ວມ​ມື​ຈີນ-ລາວ​ມີ​ຄວາມ​ຊ່ວຍ​ຊູ​ຍູ້​ໜູນກັນຫຼາຍ ແລະ​ສອງ​ຝ່າຍ​ຄວນ​ຊຸກ​ຍູ້​ການ​ກໍ່​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ລາວ​ຢ່າງ​ໜັກ​ແໜ້ນ, ຮັບ​ປະ​ກັນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ໃຫ້​ດຳ​ເນີນ​ໄປ​ດ້ວຍ​ດີ, ເປີດກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​​​ເປັນ​ຕົ້ນ ພະ​ລັງ​ງານ,ຊັບ​ພະ​ຍາ​ກອນ, ພະ​ລັງ​ໄຟ​ຟ້າ,ການ​ທະ​ນາ​ຄານ​ແລະ​ອື່ນໆ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນເປັນ​ຕົ້ນ ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ,ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແລະ​ອື່ນໆ. ຈີນ​ສະ​ໜັບ​ສະ​ໜູນ​ລາວ​ເປັນ​ປະ​ເທດ​ປະ​ທານ​ຮ່ວມ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ 2018 ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ດີ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ​ຊົມ​ເຊີຍ​ສະ​ຫາຍ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ອີກ​ສະ​ໄໝ​ໜຶ່ງ ໂດຍ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຈາກ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ໃຈ​ກາງ, ປະ​ຊາ​ຊົນ​ຈີນ​ຈະ​ສາ​ມາດ​ຍາດ​ເອົາ​ໄຊ​ຊະ​ນະ​ໃໝ່​ຢ່າງ​ຕໍ່​ເນື່ອງ​ບົນ​ເສັ້ນ​ທາງ​ໃໝ່​ແຫ່ງ​ການ​ບັນ​ລຸ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ທີ່​ຍິ່ງ​ໃຫຍ່ ເຊິ່ງ​​ຈະເປັນ​ກຳ​ລັງ​ໃຈ​ຢ່າງ​ໃຫຍ່ຫຼວງ​ໃຫ້​ແກ່​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​​ຂອງລາວ. ລາວ​ຍິນ​ດີ​ຮ່ວມ​ກັບ​ຈີນຜັນ​ຂະ​ຫຍາຍ​ໝາກ​ຜົນ​ແຫ່ງ​ການ​ຢ້ຽມ​ຢາມ​ຂອງ​ສະ​ຫາຍ​ໃນ​ຄັ້ງ​ນີ້, ​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ລາວ-ຈີນ​ເພື່ອ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ອັນ​ໝັ້ນ​ແກ່ນ​ລະ​ຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ