ນາ​ຍົກ​ຈີນ​ຢືນ​ຢັນ​ວ່າ ຈີນ​ຈະ​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ເສ​ລີ​ພາບ​ແຫ່ງ​ການ​ເດີນ​ເຮືອ​ແລະ​ການ​ບິນ​​ຢູ່​ທະ​ເລ​ຈີນ​ໃຕ້
2017-11-14 18:58:58  cri 
ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 12 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມະ​ນີ​ລາ ປະ​ເທດ​ຟີ​ລິບ​ປິນ​ໃນ​ຕອນ​ບ່າຍ​ວັນ​ທີ 14 ພະ​ຈິກ​ນີ້, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ເນັ້ນ​ວ່າ ທະ​ເລ​ຈີນ​ໃຕ້​ທີ່​ມີ​ຄວາມ​ສະ​ຫງົບ​ເປັນ​ຄວາມ​ສຸກ​ຂອງ​ບັນ​ດາ​ປະ​ເທດ, ຫາກ​ເກີດ​ມີ​ຄວາມ​ປັ່ນ​ປ່ວນ​ຢູ່​ທະ​ເລ​ຈີນ​ໃຕ້​ກໍ​ຈະ​ບໍ່​ເປັນ​ຜົນ​​ດີ​ຕໍ່​ທຸກ​ຝ່າຍ. ຈີນ​ເປັນ​ປະ​ເທດ​ໃຫຍ່​ທີ່​ສຸດ​ທີ່​ຢູ່​ແຄມ​ຝັ່ງ​ທະ​ເລ​ຈີນ​ໃຕ້​ແລະ​ເປັນ​ປະ​ເທດ​ຕົ້ນ​ຕໍ​ໃນ​ການ​ນຳ​ໃຊ້​ທາງ​ເດີນ​ເຮືອ​ຢູ່​ທະ​ເລ​ຈີນ​ໃຕ້, ຈາກ​ນີ້, ຈິ່ງ​ມີ​ຄວາມຫວັງ​ແຮງ​ກວ່າປະ​ເທດ​ຕ່າງໆເພື່ອ​ໃຫ້​ທະ​ເລ​ຈີນ​ໃຕ້​ມີ​ສັນ​ຕິ​ພາບ​,ສະ​ຖຽນ​ລະ​ພາບ​ແລະ​ມີ​ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ, ​ຈາກ​ນີ້,ຈີນ​ຈະ​ເດັດ​ດ່ຽວ​ປົ​ກ​ປັກ​ຮັກ​ສາ​ເສ​ລີ​ພາບ​ແຫ່ງ​ການ​ເດີນ​ເຮືອ​ແລະ​ການ​ບິນ​ຢູ່​ທະ​ເລ​ຈີນ​ໃຕ້.

ທ່ານຫຼີ​ເຄີ້​ສຽງ​ຊີ້​ໃຫ້​ເຫັນ​ວ່າ: ຈາກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ, ສະ​ຖາ​ນະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ໄດ້​ມີ​ທ່ວງ​ທ່າ​ໝັ້ນ​ທ່ຽງ​ຂຶ້ນ​ຢ່າງ​ຈະ​ແຈ້ງ​ແລະ​ມີ​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ໄປ​ທາງ​ທີ່​ດີ, ບັນ​ດາ​ຝ່າຍທີ່​ກ່ຽວ​ຂ້ອງ​ໄດ້​ກັບ​ຄື​ນ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ແຫ່ງ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ດ້ວຍ​ການ​ປຶກ​ສາ​ຫາ​ລື​ແລະ​ເຈ​ລະ​ຈາ​ກັນ, ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ມື້​ວານ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຮ່ວມ​ກັບ​ຜູ້​ນຳ​ປະ​ເທດ​ອາ​ຊຽນ​ປະ​ກາດ​ເລີ່ມ​ຕົ້ນ​ການ​ຫາ​ລື​ເນື້ອ​ໃນ​ລະ​ອຽດ​ຂອງ​ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້​ໃນ​ຂັ້ນ​ຕໍ່​ໄປ, ເຊິ່ງ​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ຄວາມ​ມຸ້ງ​ຫວັງ​ຮ່ວມ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ໃນ​ການແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຢ່າງ​ເໝາະ​ສົມ​ດ້ວຍ​ການ​ປຶກ​ສາ​ຫາ​ລື​ກັນ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້ ທັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ ປະ​ເທດ​ໃນ​ພາກ​ພື້ນ​ມີ​ຄວາມ​ໝັ້ນ​ໃຈ,ມີ​ສະ​ຕິ​ປັນ​ຍາ​ແລະ​ຄວາມ​ສາ​ມາດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ໃຫ້​ດີ, ເຮັດ​ໃຫ້​ທະ​ເລ​ຈີນ​ໃຕ້​ກາຍ​ເປັນ​ທະ​ເລ​ແຫ່ງ​ສັນ​ຕິ​ພາບ, ທະ​ເລ​ແຫ່ງ​ມິດ​ຕະ​ພາບ​ແລະ​ທະ​ເລ​ແຫ່ງ​ການ​ຮ່ວມ​ມື.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ