ບົດ​ຄວາມຂອງທ່ານ​ສີ​ຈິ້ນ​ຜິ​ງ ທີ່ຂຽນລົງ​ໜັງສືພິມ​ລາວດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຄົນ​ລາວຢ່າງຫຼວງຫຼາຍ
2017-11-14 10:57:02  cri 

​ໂອກາດ​ຈະ​ເດີນທາງ​ຢ້ຽມຢາມ​ລາວ​ໃນ​ວັນ​ທີ 13 ພະຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ ​ໄດ້ຂຽນ​ບົດ​ຄວາມ​ ທີ່​ພາດ​ຫົວ "ຮ່ວມ​ມື​ກັນ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ທີ່​ມີ​ຄວາມ​ໝາຍ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ລາວ" ລົງ​​ໜັງສືພິມລາວ ​ອັນ​ເຮັດໃຫ້​ບຸກຄົນ​ໃນ​ວົງ​ການ​ຕ່າງໆ​ຂອງ​ລາວຕ່າງ​ກໍ​ສະ​ແດງ​ຄວາມ​ເຫັນຢ່າງຫຼວງຫຼາຍ ທັງ​ຫວັງ​ຢ່າງ​ແຮງ​ກ້າ​ຕໍ່​ການ​ຢ້ຽມຢາມ​ລາວ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ​ເທື່ອ​ນີ້​ຈະ​ເປັນ​ການ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ​ຢ່າງຮອບດ້ານ ​ແລະ ກ້າວ​ສູ່​ລວງ​ເລິກ ​​ລວມທັງ​ຫວັງ​ສອງ​ປະ​ເທດ​ຈະ​ຮ່ວມ​ມື​ກັນ​ເພື່ອ​ສ້າງ​ອະນາຄົດ​ທີ່​ດີກ​ວ່າ​ເກົ່າ.

ພະນັກງານ​ລາວ​ຜູ້​ໜຶ່ງທີ່​ເຮັດ​ວຽກ​ຢູ່​ພະ​ແນ​ກໂຄງການ​ທາງ​ລົດ​ໄຟ​ຈີນ-ລາວ ສຳນັກງານ​ເລກ 2 ກຸ່ມ​ບໍລິສັດ​ທາງ​ລົດ​ໄຟ​ຈີນ​ຈຳກັດ ​ໄດ້ລົມ​ກັບ​ເພື່ອນ​ຮ່ວມ​ງານ​ກ່ຽວ​ກັບ​ເນື້ອ​ໃນ​ຕອນທີ່​ເວົ້າ​ເຖິງ​ທາງ​ລົດ​ໄຟ​ຈີນ-ລາວ​ໃນ​ບົດ​ຄວາມ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງດ້ວຍ​ຄວາມດີ​ໃຈ.

ຂະນະ​ທີ່​ເຂື່ອນ​ໄຟຟ້າ​ນ້ຳ​ລີກ ທີ່​ຮັບ​​ເໝົາກໍ່ສ້າງ​ໂດຍ​ສຳນັກງານ​ໄຟຟ້າ​ພະລັງງານນ້ຳຕົກ ກຸ່ມ​ບໍລິສັດ​ກໍ່ສ້າງ​ໄຟຟ້າ​ພະລັງງານ​ນ້ຳຕົກ​ຈີນຈຳກັດ ກໍ​​ໄດ້​ບັນຈຸ​ຢູ່ໃນ​ບົດ​ຄວາມ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ​ເຊັ່ນ​ດຽວ​ກັນ ​ແລະ​ຜົນງານ​ດີ​ເດັ່ນທີ່​ເກີດ​ຈາກ​ການ​ຮ່ວມ​ມືລະຫວ່າງ​ຈີນ-ລາວ​ນີ້ ​ກໍໄດ້​ພິມ​ລົງ​​ໃນ​ພັນທະບັດຂອງ​ລາວ​ແລ້ວ.

ທ່ານ​ຄຳ​ມະນີ ອິນ​ທິລາດ ປະທານ​ສະມາຄົມ​ມິດຕະພາບ​ລາວ-ຈີນ, ລັດຖະມົນຕີ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່​ລາວ ​ໄດ້​​ເອົາ​ໃຈ​ໃສ່​ຕໍ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເຊື່ອມ​ຈອດ​ພະລັງງານ​ໄຟຟ້າ​ລະຫວ່າງ​ສອງ​ປະ​ເທດ​ມາ​ໂດຍ​ຕະຫຼອດ ​ແລະກ່າວ​ວ່າ: ລາວ​ຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​ຕໍ່ຜົນ​​ງານ​ທີ່​ໄດ້​ຮັບເບື້ອງ​ຕົ້ນ​ໃນ​ການ​ເຂົ້າຮ່ວມ​​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ຫວັງ​ວ່າ​ໃນ​ອະນາຄົດ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວ ​ເພື່ອ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຕົນ, ​ເພີ່ມ​ທະວີ​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ