ນາຍົກ​ຈີນ​ເນັ້ນ: ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ
2017-11-14 17:41:33  cri 

​ໃນ​ກອງ​ປະຊຸມ​ອາ​ຊຽນ​-​ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ ຫຼື 10 ບວກ 3 ຄັ້ງທີ 20 ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 14 ພະຈິກ​ນີ້, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ເນັ້ນວ່າ​ຈະ​ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ.

ທ່ານຫຼີ​ເຄີ້ສຽງ ກ່າວ​ວ່າ: ​ເຖິງ​ວ່າພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ​​ປະສົບ​ວິ​ກິດ​ການ​ທາງ​ການ​ເງິນ​ມາ​ແລ້ວສອງ​ເທື່ອ​, ​ແຕ່​ປັດຈຸບັນ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ເຂດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີວິດ​ຊີວາ​ແລະ​ມີ​ກຳລັງ​ບົ່ມ​ຊ້ອນຫຼາຍກວ່າ​ໝູ່​ໃນ​ໂລກ ​ເຫັນ​ໄດ້​ໃນ​ປີ​ຜ່ານ​ມາ, ການ​ປະກອບສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ໄດ້​ບັນລຸ​ເຖິງ 44%. ການ​ທີ່​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ແມ່ນ​ໜຶ່ງ​ໃນ​ເປົ້າໝາຍ​ຍຸດ​ທະ​ສາດ​ການ​ຮ່ວມ​ມື 10 ບວກ 3 ​ແລະສອດຄ່ອງ​ກັບຜົນ​ປະ​ໂຫຍ​ດພື້ນຖານ​ແລະ​​ໄລຍະ​ຍາວ​ຂອງ​ປະຊາຊົນ​ປະ​ເທດ​ໃນ​ພາກ​ພື້ນ​ນີ້. ປັດຈຸບັນ, ​​ເຖິງ​ວ່າເສດຖະກິດ​ໂລກ​ພວມ​ຢູ່​ໃນ​ໄລຍະ​ຟື້ນ​ຕົວ​ຢ່າງ​ຊັກ​ຊ້າ​​ແຕ່​ກໍປະສົບ​ຄວາມ​ຫຍຸ້ງຍາກນານາປະການ ​ເຊິ່ງບາງ​ເຂດ​ມີ​ການ​ພັດທະນາ​ເປັນ​ຢ່າງ​ດີ, ບາງ​ເຂດ​ພັດ​ຍັງ​ປະສົບ​ຄວາມ​ກົດ​ດັນ​ຢ່າງ​ໜັກ. ຂະນະ​ທີ່​ເບື້ອງຫຼັງຂອງ​ລັດທິ​ຕ້ານ​ໂລກາ​ພິວັດ ​ແລະ ປົກ​ປ້ອງ​ການ​ຄ້າ​ປາກົດ​ຂຶ້ນອີກ​ນັ້ນ, ຄວນກຳ​ໂອກາດ​ແລະຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ ​ເພື່ອ​ເຮັດ​ໃຫ້​ພາກ​ພື້ນ​ນີ້​ກາຍ​ເປັນ​ຫົວ​ຈັກສຳຄັນ​ໃນ​ການ​ຟື້ນ​ຟູ​ເສດຖະກິດໂລກ.

ທ່ານຫຼີ​ເຄີ້ສຽງ​ ຍົ​ກ​ໃຫ້​ເຫັນ​ວ່າ: ​ໃນ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ, ປະ​ເທດ​ຕົນ​ມີ​ຈຸດ​ຢືນ​ດ້ວຍ​ການ​ຍຶດຖື "ໜຶ່ງ​ຈຸດ​ປະສົງ" ​ຄື ຊຸກຍູ້​ການ​ເຊື່ອມ​ໂຍງເສດຖະກິດພາກ​ພື້ນ, ບັນລຸ​ການ​ພັດທະນາ​ແບບ​ຊຸກຍູ້​ສົ່ງ​ເສີມ​ກັນ ​ແລະ ພັດທະນາ​ຮ່ວມ​ກັນ; ຍຶດໝັ້ນ "ສອງຫຼັກການ" ຄື ຍຶດໝັ້ນຖານະ​ໃຈກາງ​ຂອງ​ອາ​ຊຽນ ​ແລະ ຍຶດໝັ້ນ "ຮູບ​ແບບ​ອາ​ຊຽນ" ທີ່​​ໄດ້​ເປັນ​ເອກະ​ພາບ​ກັນ, ​ເປີດ​ປະຕູ​ແລະ​ກວມ​ລວມ, ຄຳນຶງ​ເຖິງ​ຄວາມ​ສະບາຍ​ໃຈ​ຂອງ​ບັນດາ​ຝ່າຍ; ຊຸກຍູ້ "ການ​ຮ່ວມ​ມື​ໃນ 3 ລະດັບ" ຄື ຖື​ເອົາ​ການ​ຮ່ວມ​ມື 10 ບວກ 3 ​ເປັນ​ຊ່ອງ​ທາງຫຼັກ, ຖື​ເອົາ​ການ​ຮ່ວມ​ມື 10 ບວກ 1 ສາມ​ປະການ ຄື ອາ​ຊຽນບວກ​ຈີນ, ອາ​ຊຽນບວກ​ຍີ່ປຸ່ນ ​ແລະ ອາ​ຊຽນບວກ ສ.​ເກົາຫຼີ ​ເປັນ​ພື້ນຖານ ​ແລະ ຖື​ເອົາ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ ຄື ຈີນ-ຍີ່ປຸ່ນ-ສ.​ເກົາຫຼີ, ​ແມ່ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ ​ແລະ ​ເຂດ​ເຕີບ​ໂຕ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ຊຽນ ​ເປັນ​ການ​ຕາບ​ຈູ​ນທີ່​ດີ ​ເຮັດ​ໃຫ້ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ກ້າວ​ໄປ​ຕາມ​ເສັ້ນທາງ​ທີ່​ປອດ​ໃສ, ໝັ້ນທ່ຽງ ​ແລະ ຕໍ່​ເນື່ອງ ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ