ກອງ​ປ​ະຊຸມ​ຜູ້ນຳ 10 ບວກ 3 ຄັ້ງທີ 20 ຈັດ​ຂຶ້ນຢູ່​ນະຄອນຫຼວງມະນີ​ລາ
2017-11-14 17:38:15  cri 

ກອງ​ປະຊຸມ​ຜູ້ນຳ​ 10 ປະ​ເທດ​ໃນ​ອາ​ຊຽນ​ແລະ​ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ ຫຼື 10 ບວກ 3 ຄັ້ງທີ 20 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງມະນີ​ລາ ປະ​ເທດ​ຟິລິບ​ປິນ​ໃນ​ວັນ​ທີ 14 ພະຈິກ​ນີ້ ​ໂດຍ​ຜູ້ນຳ​ບັນດາ​ປະ​ເທດ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນງານ​ທີ່​ໄດ້​ຮັບ​​ໃນ​ການ​ຮ່ວມ​ມື 10 ບວກ 3 ​ໃນ 20 ປີຜ່ານມາ ​ແລະ​ເຫັນ​ວ່າ ​ໃນ​ຕໍ່ໜ້າ​ຄວນ​ສືບ​ຕໍ່​ຮັກສາ​ການ​ຢູ່​ຮ່ວມ​ກັນ​ໂດ​ຍສັນຕິ ທັງ​ຮ່ວມ​ກັນ​ຊຸກຍູ້​ການ​ພັດທະນາ.

ຄາດ​ວ່າ​ໃນ​ກອງ​ປະຊຸມ​ດັ່ງກ່າວ​ຈະ​ຮັບຮອງ​ເອົາ​ຖະ​ແຫຼງການກ່ຽວ​ກັບ​ການ​ຮ່ວມ​ມື 10 ບວກ 3 ຄົບຮອບ 20 ​ປີ ​ແລະ ຖະ​ແຫຼງການ​ຮ່ວມ​ຜູ້ນຳ 10 ບວກ 3 ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ. ຂະນະ​ທີ່​ອາ​ຊຽນ​ເຫັນ​ວ່າ ​ເອກະສານ​ສອງ​ສະບັບ​ດັ່ງກ່າວ​ໄດ້​ເປັນ​ຕົວ​ແທນ​ແກ່​ວິ​ໄສ​ທັດ ​ແລະ ຂົງ​ເຂດ​ບຸລິມະສິດ​ຂອງ​ການ​ຮ່ວມ​ມື 10 ບວກ 3 ​ແລະ​ຄວາມ​ປາຖະໜາ​ຮ່ວມ​ຕໍ່​ການ​ຮ່ວມ​ມື​ລະຫວ່າງ 10 ປະ​ເທດ​ໃນ​ອາ​ຊຽນ​ແລະ​ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ​ເພື່ອ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ແຕ່ລະ​ປະ​ເທດ. ​ແນວ​ໃດ​ກໍ​ດີ, 10 ປະ​ເທດ​ໃນ​ອາ​ຊຽນ ​ແລະ ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ ກໍ​ມີ​ຄວາມ​ຄິດ​ຜ່ານ​ການ​ເສີມ​ສ້າງ​ພື້ນຖານ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ເພື່ອ​ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ.

ຂ່າວ​ແຈ້ງ​ຕື່ມ​ວ່າ: ກອງ​ປະຊຸມ​ດັ່ງກ່າວ​ຍັງ​ຈະ​ຫາລືບັນຫາ​ຄວາມ​ເຖົ້າ​ແກ່​ຂອງ​ປະຊາກອນ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ