ສະຫາຍ​ສີ​ຈິ້ນ​ຜິ​ງ ພົບ​ປະ​ກັບ​ສະຫາຍ​ບຸນ​ຍັງ ວໍລະ​ຈິດ ​ອີກ​ຄັ້ງໜຶ່ງ
2017-11-14 18:30:54  cri 


ສະຫາຍ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ສະຫາຍ​ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ ອີກ​ຄັ້ງໜຶ່ງ ຢູ່​ໂຮງ​ແຮມທີ່​ເປັນ​ບ່ອນ​ພັກ​ໃນ​ນະຄອນຫຼວງວຽງ​ຈັນ ​ໃນ​ວັນ​ທີ 14 ພະຈິກ​ນີ້.

​ໂອກາດ​ດັ່ງກ່າວ, ສະຫາຍ​ສີ​ຈິ້ນ​ຜິ​ງ ​ໄດ້​ຂອບ​ໃຈ​ຕໍ່​ຝ່າຍ​ລາວ​ທີ່​​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ ​ແລະ​ຂອບ​ໃຈ​ນຳ​ສະຫາຍ​ບຸນ​ຍັງ ວໍລະ​ຈິດ ທີ່​ເດີນທາງ​ມາ​ກ່າວ​ອຳ​ລາ​​​ເປັນ​ພິ​ເສດ ກ່ອນ​ຈະ​ສຳ​ເລັດ​ການ​ຢ້ຽມຢາມ​ຂອງ​ຕົນ​ຄັ້ງນີ້ ທັງ​ເນັ້ນວ່າ: ​ເຖິງ​ວ່າການ​ຢ້ຽມຢາມ​ຄັ້ງນີ້​ເປັນ​ໄລຍະ​ສັ້ນ ​ແຕ່​ກໍ​ໄດ້​ຮັບ​ໝາກຜົນ​ຢ່າງຫຼວງຫຼາຍ ​ແລະ​ໃນ​ໄລຍະ​ຢ້ຽມຢາມ, ຂ້າພະ​ເຈົ້າ​ ​ແລະ ສະຫາຍ​ບຸນ​ຍັງ ວໍລະ​ຈິດ ​ໄດ້​​ເປັນ​ເອກະ​ພາບ​ກັນ​ເຫັນ​ດີ​ໃຫ້​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ທີ່​ມີ​ຄວາມ​ໝາຍ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ລາວ, ​ໄດ້​ກຳນົດ​ເນື້ອ​ໃນ​ການ​ຮ່ວມ​ມື​ເພື່ອ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ ​ແລະ ອະນຸ​ເຄາະ​ຕໍ່​ກັນ, ​ໄດ້​ກຳນົດ​ທິດ​ທາງ​ກ້າວໜ້າ​ແຫ່ງ​ການ​ເສີມ​ຂະຫຍາຍມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຂັ້ນພື້ນຖານ. ການ​ຢ້ຽມຢາມ​ຄັ້ງນີ້​ໄດ້​ຮັບ​ຜົນ​ເຕັມ​ເມັດ​ເຕັມ​ໜ່ວຍ, ສ່ວນຂ້າພະ​ເຈົ້າກໍ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ອະນາຄົດ​ແຫ່ງ​ການພັດ​ທະ​ນາສາ​ຍພົວພັນ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຄວນ​ຈັດຕັ້ງປະຕິບັດ​ຕາມ​ຜົນ​ການ​ຢ້ຽມຢາມ​ເທື່ອ​ນີ້​ໃຫ້​ດີ​ແລະ​ຮອບດ້ານ, ກຳ​ເນື້ອ​ຄວາມ​ທາງ​ຍຸດ​ທະ​ສາດ​ໃຫ້​ດີ​, ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ສອງ​ປະ​ເທດ​ໃຫ້​ດີ, ​ເຮັດ​ວຽກ​ງານ​ທີ່​ກ່ຽວ​ພັນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັ້ນ​ໃຫ້​ດີ, ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຍຸກ​ໃໝ່​ໃຫ້​ພັດທະນາ​ດີ​ຍິ່ງຂຶ້ນ.

ທ່ານ​ບຸນ​ຍັງ ວໍລະ​ຈິດ ກ່າວ​ວ່າ: ການ​ຢ້ຽມຢາມ​ລາວ​ຄັ້ງປະຫວັດສາດ​ຂອງສະຫາຍ​ສີ​ຈິ້ນ​ຜິ​ງ ​ໄດ້​ຮັບ​ຜົນ​ເຕັມ​ເມັດ​ເຕັມ​ໜ່ວຍ ​ແລະ​ໄດ້​ຍົກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ທີ່​ໝັ້ນຄົງຍາວ​ນານ​ນັ້ນຂຶ້ນສູ່​ລະດັບ​ໃໝ່ ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ໄມຕີ​ຈິດ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​​ເຕັມ​ສ່ວນ. ທົ່ວ​ພັກ ​ແລະ ປະຊາຊົນທົ່ວ​ປະ​ເທດ​ລາວ​ກໍ​ຮູ້ສຶກ​ປິ​ຕິ​ຊົມ​ຊື່ນ , ມີ​ກຳລັງ​ໃຈ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ປາຖະໜາ​ຕໍ່​ການ​ພັດທະ​ນາສາ​ຍພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ອະນາຄົດ.

ຫຼັງການ​ພົບ​ປະ, ສະຫາຍ​ສີ​ຈິ້ນ​ຜິ​ງ ​ແລະ ສະຫາຍ​ບຸນຍັງ ວໍລະ​ຈິດ ກໍ​ໄດ້​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ລົງ​ນາມ​ "ສັນຍາ​ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ສາທາລະນະ​ລັດ​ປະຊາຊົນ​ຈີນ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ສາທາລະນະ​ລັດປະຊາທິປະ​ໄຕ​ປະຊາຊົນລາວ​ໃນ​ສະຖານະ​ການ​ໃໝ່".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ