ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດແຫ່ງ ສ​ປ​ປ ລາວ
2017-11-14 18:41:31  cri 


ວັນ​ທີ 14 ພະ​ຈິກ​ນີ້ ຢູ່​ສູນ​ປະ​ຊຸມ​ແຫ່ງ​ຊາດ​ທີ່​ນະ​ຄອນ​ຫຼວງວຽງ​ຈັນ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ ປາ​ນີ ຢາ​​ທໍ່​ຕູ້ ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ​ແຫ່ງ ສ​ປ​ປ ລາວ.

ທ່ານ ສີ​ຈິ້​ນຜິງ ກ່າວ​ເນັ້ນ​ວ່າ: ຈີນ​ແລະ​ລາວ​ມີ​ລະ​ບອບ​ການ​ເມືອງ​ເຊັ່ນ​ດຽວ​ກັນ, ມີ​ທັດ​ສະ​ນະ​ຄະ​ຕິ​ແລະ​ອຸ​ດົມ​ການ​ທີ່​ຄ້າຍ​ຄື​ກັນ,ອະ​ນາ​ຄົດ​ແລະ​ຊາ​ຕາ​ກຳ​ມີ​ການ​ພົວ​ພັນ​ກັນ,ມີຜົນ​ປະ​ໂຫຍດ​ຮ່ວມ​ຢ່າງກວ້າງ​ຂວາງ ແລະ​ມີຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື​ທີ່​ໃຫຍ່​ຫຼວງ. ຈີນ​ໃຫ້​ຄວາມ​ສຳ​ຄັນ​ໃນ​ລະ​ດັບ​ສູງ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ລາວ,ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ລາວ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ທິດ​ທາງຄື "ຄວາມ​ໝັ້ນ​ຄົງ​ອັນ​ຍາວ​ນານ,ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ,ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ຮ່ວມ​ມືກັນຮອບ​ດ້ານ" ແລະ ນ້ຳ​ໃຈ "ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ດີ,ເພື່ອນ​ມິດ​ທີ່​ດີ,ສະ​ຫາຍ​ທີ່​ດີ,ແລະຄູ່​ຮ່ວມ​ມື​ທີ່​ດີ",ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມເປັນ​ເອ​ກະ​ພາບ​ລະ​ຫວ່າງ​ຜູ້​ນຳ​ລະ​ຫວ່າງ​ສອງ​ພັກ-ລັດ​ຈີນ​ແລະ​ລາວ​ກ່ຽວ​ກັບ​ກາ​ນ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຍຸກ​ໃໝ່​ໃນ​ໄລ​ຍະ​ຢ້ຽມ​ຢາມ​ລາວ​ຄັ້ງ​ນີ້,ຮ່ວມ​ກັນ​ສ້າງ​ປ​ະ​ຊາ​ຄົມ​​ຮ່ວມຊາ​ຕາ​ກຳທີ່​ມີ​ຄວາ​ມ​ໝາຍ​ທາງ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ.


ທ່ານນາງ ປາ​ນີ ຢາ​ທໍ່​ຕູ້ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ສູນ​ກາງ​ພັກ ປະ​ທານ​ປະ​ເທດ​ຈີນ​ມາ​ຢ້ຽມ​ຢາມ​ລາວ​ຄັ້ງ​ທຳ​ອິດ​ຫຼັງ​ປິດກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19. ທ່ານ​ນາງ ປາ​ນີ ກ່າວ​ຕື່ມ​ວ່າ,ການ​ຮ່ວມ​ມື​ລະ​ຫວ່າງ​ລາວ-ຈີນ​ໄດ້​ປະ​ກອ​ບ​ສ່ວນ​ທີ່​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ລາວ. ສະ​ພາ​ແຫ່ງ​ຊາດ​ລາວ​ຈະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ທີ່​ສຳ​ຄັນແລະ​ໝາກ​ຜົນ​ທີ່​ຜູ້​ນຳ​ຂອງ​ສອງ​ພັກ-ລັດ​ໄດ້​ບັນ​ລຸໃນ​ໄລ​ຍະ​ຢ້ຽມ​ຢາມ​ເປັນ​ຢ່​າງ​ດີ,ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ຍາວ​ນານ​ແລະ​ມີ​ຄວາມ​ໝັ້​ນ​ທ່ຽງ. ສະ​ພາ​ແຫ່ງ​ຊາດ​ລາວ​ຈະ​ສຸມ​ໃສ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນແຫ່ງ​ຊາດຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ