ສະຫາຍສີຈິ້ນຜິງເຂົ້າຮ່ວມງານລ້ຽງທີ່ສະຫາຍບຸນຍັງ ວໍລິຈິດຈັດຂຶ້ນເພື່ອເປັນກຽດແກ່ສະຫາຍ
2017-11-14 06:38:28  cri 

ວັນທີ 13 ພະຈິກນີ້ ສະຫາຍສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ປະທານປະເທດ ສປ ຈີນໄດ້ເຂົ້າຮ່ວມ
ງານລ້ຽງ​ຕ້ອນ​ຮັບ ເພື່ອ​ເປັນກຽດແກ່ສະຫາຍທີ່ຈັດຂຶ້ນໂດຍສະຫາຍບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານ
ສູນກາງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະທານປະເທດ ສປປ ລາວ.

ສະຫາຍບຸນຍັງ ວໍລິຈິດ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ໂດຍກ່າວວ່າ, ການຢ້ຽມຢາມ ສປປ ລາວຂອງສະຫາຍສີຈິ້ນຜິງຄັ້ງ
ປະຫວັດສາດ​ເທື່ອນີ້ ຈະ​ມີ​ບົດ​ບາດອັນສຳຄັນຕໍ່ການລົງເລິກມິດຕະ ພາບອັນເປັນມູນເຊື້ອລຫວ່າງລາວ-ຈີນ ແລະຊຸກຍູ້ການ
ພົວພັນຄູ່ຮ່ວມມືຍຸດ​ທະສາດຮອບດ້ານລະ ຫວ່າງສອງຝ່າຍ.

ໃນເວລາປະ​ກອບຄຳເຫັນ, ສະຫາຍສີຈິ້ນຜິງກ່າວວ່າ ການມາຢ້ຽມຢາມ ສປປ ລາວ​ອີກ​ຄັ້ງ​ໜຶ່ງຫຼັງ​ຜ່ານ​ມາ 7 ປີ, ຂ້າພະເຈົ້າ​ຮູ້​ສຶກ​
ປິ​ຕິ​ຊົມ​ຊື່ນທີ່ໄດ້ເຫັນເສດຖະກິດລາວ​ມີ​ການພັດທະນາ, ສັງຄົມມີສະຖຽນລະພາບ, ການເມືອງ ໝັ້ນຄົງ ປະຊາຊົນຢູ່ເຢັນເປັນສຸກ,
ພາ​ລະ​ກິດ​ຕ່າງໆ​ກໍໄດ້ຮັບຜົນງານໃໝ່. ລາວ ແມ່ນປະເທດທີ່ສຳຄັນໃນ ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ສອງປະເທດຈີນ-​ລາວ​ມີ
​ພູ​ຜາ​ແລະ​ແມ່​ນ້ຳຕິດຈອດກັນ,ການໄປມາຫາສູ່ກັນ​ດ້ວຍ​ມິດໄມຕີລະຫວ່າງ ປະຊາຊົນ​ສອງ​ຊາດມີມາແຕ່ດົນນານ, ມິດຕະພາບ
ລະຫວ່າງສອງຝ່າຍ​ໄດ້​ເຂົ້າ​ເຖິງ​ບ່ອນ​ເລິກ​ໃນດວງໃຈຂອງປະຊາຊົນສອງປະເທດ.

ນັບແຕ່ສ້າງສາຍພົວພັນທາງການທູດ​ຕະຫຼອດ 56 ປີມານີ້, ການພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ
ຈີນ-ລາວໄດ້ແຕກດອກອອກຜົນຢ່າງອຸດົມສົມບູນ, ອັນໄດ້ ນຳເອົາຜົນປະໂຫຍດທີ່ແທ້ຈິງມາໃຫ້​ແກ່ປະຊາຊົນສອງປະເທດ.
ຈີນຍິນດີຮ່ວມກັບລາວ ເສີມສ້າງມິດຕະພາບອັນເປັນມູນເຊື້ອ, ລົງເລິກການຮ່ວມມືແບບ ຕ່າງຝ່າຍຕ່າງ​ມີຜົນປະໂຫຍດ, ຊຸກຍູ້
ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້​ກ້າວຂຶ້ນສູ່ລະດັບ ໃໝ່ເລື່ອຍໆ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳທີ່ມີຄວາມ
ໝາຍຍຸດທະສາດ. ງານລ້ຽງດັ່ງກ່າວໄດ້ດຳເນີນໄປໃນທ່າມກາງບັນຍາກາດອັນເບີກບານມ່ວນຊື່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ