ນາ​ຍົກ​ຈີນ​ເນັ້ນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ວິ​ໄສ​ທັດ​ເຊື່ອມ​ຈອດ​ກັນ, ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ, ຊົມ​ໃຊ້​ຮ່ວມ​ກັນ ແລະ​ຮັບ​ໜ້າ​ທີ່​ຮ່ວມ​ກັນ
2017-11-14 09:06:30  cri 
ວັນ​ທີ 13 ພະ​ຈິກ​ນີ້, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຈີນ-ອາ​ຊຽນ ຫຼື ອາ​ຊຽນ+1 ຄັ້ງ​ທີ 20 ຢູ່​ສູນ​ປະ​ຊຸມ​ສາ​ກົນ​ຟິ​ລິບ​ປິນ ໂດຍ​ມີ​ຜູ້​ນຳ 10 ປະ​ເທດ​ໃນ​ອາ​ຊຽນ​ເຂົ້າ​ຮ່ວມ ແລະ​ທ່ານຫຼີ​ເຄີ້​ສຽງ​ກັບ​ທ່ານ​ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ເປັນ​ປະ​ທານ​ຮ່ວມ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ປາ​ໄສວ່​າ, ປີ​ນີ້​ພໍ​ດີ​ແມ່ນ​ວັນ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ, ຈີນ​ຮູ້​ສຶກ​ດີ​ໃຈ​ຕໍ່​ການ​ພັດ​ທະ​ນາ​ກ້າວ​ໜ້າ​ຂອງ​ອາ​ຊຽນ ແລະ ມີ​ຄວາມ​ໝັ້ນ​ໃຈ​ເຕັມ​ປ່ຽມ​ຕໍ່​ອະ​ນາ​ຄົດ​ຂອງ​ອາ​ຊຽນ. ຈີນ​ຍຶດ​ໝັ້ນ​ສະ​ໜັບ​ສະ​ໜູນ​ການ​ສ້າງ​​ປະ​ຊາ​ຄົມ​ອາ​ຊຽນ, ສະ​​ໜັບ​ສະ​ໜູນ​ຖາ​ນະ​ໃຈ​ກາງ​ຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ, ສະ​ໜັບ​ສະ​ໜູນ​ໃຫ້​ອາ​ຊຽນ​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ໃຫຍ່ຫຼວງກວ່າ​ເກົ່າ​ໃນ​ວຽກ​ງານ​ພາກ​ພື້ນ ແລະ​ສາ​ກົນ, ຖື​ເອົາ​ອາ​ຊຽນ​ເປັນ​ທິດ​ທາງ​ບຸ​ລິ​ມະ​ສິດ​ໃນ​​ວຽກ​ງານການ​ຕ່າງ​ປະ​ເທດ​ອ້ອມ​ຂ້າງ​ຂອງ​ຈີນ, ຍຶດ​ໝັ້ນ​ເປັນ​ບ້ານ​ໃກ້​ທີ່​ດີ, ເພື່ອນ​ມິດ​ທີ່​ດີ ແລະ​ຄູ່​ຮ່ວມ​ທີ່​ດີ ທີ່​ຮ່ວມ​ສຸກ​ຮ່ວມ​ທຸກ ແລະ ຕ່າງ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ກັບ​ອາ​ຊຽນ, ​ຮ່ວມ​ມື​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ວິ​ໄສ​ທັດ​ເຊື່ອມ​ຈອດກັນ, ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ, ຊົມ​ໃຊ້​ຮ່ວມ​ກັນ ແລະ​ຮັບ​ໜ້າ​ທີ່​ຮ່ວມ​ກັນ.

ທ່ານຫຼີ​ເຄີ້​ສຽງ​ໄດ້​ວາງ​ຂໍ້​ສະ​ເໜີ 5 ຂໍ້ ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-ອາ​ຊຽນໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ໃນ​ອະ​ນາ​ຄົດ ຄື:

ໜຶ່ງ, ຮ່ວມ​ກັນ​ວາງວິ​ໄສ​ທັດ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ອາ​ຊຽນ, ສ້າງ​ຂອບ​ຮ່ວມ​ມື​ໃໝ່ ທີ່​ຖື​ເອົາ 3 ເສົາ​ຄ້ຳ ຄື ການ​ເມື​ອງ​ແລະ​ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ ແລະ ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ເປັນ​ສາຍຫຼັກ ແລະ ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ເປັນ​ສິ່ງ​ຄ້ຳ​ປະ​ກັນ.

ສອງ, ຍຶດ​ຖືຫຼັກ​ການ​ຮ່ວມ​ກັນ​ປຶກ​ສາ, ຮ່ວມ​ກັນ​ສ້າງ​ສາ ແລະ​ຊົມ​ໃຊ້​ຮ່ວມ​ກັນ, ເພີ່ມ​ທະ​ວີ​ການ​ເຊື່ອມຈອດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ກັບ "ແຜນ​ລວມ​ເຊື່ອມ​ຈອດ​​ອາ​ຊຽນ 2025", ລົງ​ເລິ​ກ​ການ​ຮ່ວມ​ມື​ຮອບ​ດ້ານ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ການ​ທະ​ນາ​ຄານ, ພື້ນ​ຖານ​ໂຄງ​ລ່າງ, ລະ​ບຽບ​ການ, ບຸກ​ຄະ​ລາ​ກອນ ແລະ​ອື່ນໆ.
ສາມ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ທາງ​ການ​ເມືອງ​ແລະ​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ຝ່າຍ​ຢ່າງ​ໜັກ​ແໜ້ນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງແບບ​ໃໝ່ ເຊັ່ນ: ຕຸ​ລາ​ການ​ແລະ​ການ​ໂຈມ​ຕີ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ການ​ຕ້ານ​ການ​ກໍ່​ການ​ຮ້າຍ, ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ ແລະ​ອື່ນໆ.

ສີ່, ຮັດ​ແໜ້ນ​ສາຍ​ພົວ​ພັນ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ. ຫວັງ​​ວ່າບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ຈະ​ໃຫ້​ສັດ​ຕະ​ຍາ​ບັນອະ​ນຸ​ສັນ​ຍາການ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ໂດຍ​ໄວ ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທັງ​ສອງ​ຝ່າຍ​ໂດຍ​ໄວ. ຕັ້ງ​ໜ້າ​ຊຸກ​ຍູ້​ການ​ເຈ​ລະ​ຈາ​​​ສັນ​ຍາ​ສາຍ​ພົວ​ພັນ​ຄູ່​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ ຫຼື RCEP ເພື່ອ​ສ້າງ​ພື້ນ​ຖານ​​ໃຫ້​ແກ່​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ.
ຫ້າ, ຍົກ​ລະ​ດັບ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ໃຫ້​ສູ​ງ​ຂຶ້ນ​ເລື້ອຍໆ. ໃນສາມ​ປີ​ຕໍ່​ໜ້າ ​ລັດ​ຖະ​ບານ​ຈີນ​ຈະ​ສະ​ໜອງ​ກວ່າ 2 ໝື່ນ​ທຶນການ​ສຶກ​ສາ​ໃຫ້ 10 ປະ​ເທດ​ອາ​ຊຽນ. ຈີນ​ລິ​ເລີ່ມ​ໃຫ້​ປະ​ຕິ​ບັດ "ແຜນ​ການ​ພັດ​ທະ​ນາ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຈີນ-ອາ​ຊຽນ", ປີ 2018 ຈະ​ຮັບ​ເອົາ 3 ພັນ​ຄົນ​ຈາກ​ບັນ​ດ​າ​ປະ​ເທດ​ໃນ​ອາ​ຊຽນ​ເຂົ້າ​ມາ​ສຶກ​ສາ​ອົບ​ຮົມ​ຢູ່​ຈີນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສ້າງ​​ຄວາມ​ສາ​ມາດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ກະ​ສິ​ກຳ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ສາ​ທາ​ລະ​ນະ​ສຸກ, ການ​ຄຸ້ມ​ຄອ​ງ​ສາ​ທາ​ລະ​ນະ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ແລະ​ອື່ນໆ. ຈີນ​ສະ​ແດງ​ຄວ​າມ​ຊົມ​ເຊີຍ​ຕໍ່​ການ​ກຳ​ນົດ​ປີ​ໜ້າ​ເປັນ "ປີ​ປະ​ດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນ", ໃນ 5 ປີ​ຂ້າງ​ໜ້າ​ນີ້​ຈະ​ຈັດ​ວາງ​ໃຫ້​ນັກ​ວິ​ທະ​ຍາ​ສາດ​ໜຸ່ມ​ອາ​ຊຽນ 500 ເທື່ອ​ຄົນ​ມາ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ເປັນ​ໄລ​ຍະ​ສັ້ນ​ຢູ່​ຈີນ, ອົບ​ຮົມ​ບຸກ​ຄະ​ລາ​ກອນ​ເຕັກ​ນິກວິ​ທະ​ຍາ​ສາດ​ແລະ​ບໍ​ລິ​ຫານ​ອາ​ຊຽນ 1200 ເທື່ອ​ຄົນ, ​ສ້າງ​ແລະເປີດ​ນຳ​ໃຊ້​ຫ້ອງ​ທົດ​ລອງ​ຮ່ວມ 10 ແຫ່ງ ເພື່ອ​ຊີ້​ນຳ​ນຳ​ພາ​ການ​ຮ່ວມ​ມື​ດ້ານ​ປະ​ດິດ​ສ້າງ​ໃໝ່​ຮອບ​ດ້ານ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ເນັ້ນ​ວ່າ, ຈີນ​ສະ​ເໜີ​ໃຫ້​ກອງ​ປະ​ຊຸມ​ຄັ້ງ​ນີ້​ປະ​ກາດ​​ເລີ່ມ​​ປຶກ​ສາ​ຫາ​ລື​​ເນື້ອ​ໃນ​​ລະ​ອຽດຂອງ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ຢ່າງ​ເປັນ​ທາງ​ການ.

ຜູ້​ນຳ​ບັນ​ດາ​ປະ​ເທດ​ອາ​ຊຽນ​ທີ່​ຮ່ວມ​ປະ​ຊຸມ​ກ່າວ​ວ່າ, ສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ທີ່​ແຂງ​ແຮງ, ໜັກ​ແໜ້ນ ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ​ກາຍ​ເປັນ​ໜຶ່ງ​ໃນສາຍ​ພົວ​ພັນ​​ຄູ່​​ຮ່ວມທີ່​ມີ​ຄວາມ​ໝາຍ​ແທ້​ຈິງ​ຂອງ​ອາ​ຊຽນ. ເຊື່ອ​​ໝັ້ນວ່າ ກອ​ງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ຊີ້​ແຈ້ງ​ທິດ​ທາງ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ. ອາ​ຊຽນ​ຕັ້ງ​ໜ້າ​ຕີ​ລາ​ຄາຕໍ່​ສອງ​ຝ່າຍ​ເລີ່ມ​​ປຶກ​ສາ​ຫາ​ລື​ເນື້ອ​ໃນ​ລະ​ອຽດຂອງ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ຢ່າງ​ເປັນ​ທາງ​ການ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທ່ວງ​ທ່າ​ທີ່​ດີຢູ່​ທະ​ເລ​ຈີນ​ໃຕ້​ໃນ​ປັດ​ຈຸ​ບັນ ແລະ ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ລະ​ຫວ່າງສອງ​ຝ່າຍ​ທີ່​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ "ຖະ​ແຫຼງ​ການ​ຮ່ວມ​ຈີນ-ອາ​ຊຽນ ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ​ຕື່ມ​ອີກ", "ຖະ​ແຫຼງ​ການ​ຮ່ວມ​ຈີນ-ອາ​ຊຽນ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຮອບ​ດ້ານ", "ຖະ​ແຫຼງ​ການ​ຮ່ວມ​ຈີນ-ອາ​ຊຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ", "ຖະ​ແຫຼງ​ການ​ວ່າ​ດ້ວຍ​ການ​​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຕາມ​ຊາຍ​ຝັ່ງ​ທະ​ເລ ແລະ ​ສິ່ງ​ແວດ​ລ້ອມ​ທາງທະ​ເລ​ຢູ່​ທະ​ເລ​ຈີນ​ໃຕ້​ໃນ 10 ປີຂ້າງ​ໜ້າ"  ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ