ນາ​ຍົກ​ຈີນ​ເນັ້ນ​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ
2017-11-15 11:16:13  cri 
ຕອນ​ເຊົ້າ​ວັນ​ທີ​ 14 ພະ​ຈິກ​ນີ້,ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ອາ​ຊຽນ-ຈີນ,ຍີ່​ປຸ່ນ,ສ​ເກົາຫຼີຫຼື​ອາ​ຊຽນ​ບວກ 3​ຄັ້ງ​ທີ 20 ຢູ່​ສູນ​ປະ​ຊຸມ​ສາ​ກົນ​ນະ​ຄອນຫຼວງ​ມະ​ນີ​ລາ​ປະ​ເທດ​ຟີ​ລິບ​ປິນ​ໂດຍ​ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ເປັນ​ປະ​ທານ​ແລະ​ຜູ້​ນຳ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ພ້ອມ​ດ້ວຍ​ທ່ານ​ຊິນ​ໂຈ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ແລະ​ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ ເກົາຫຼີ​ເຂົ້າ​ຮ່ວມ.

ໂອ​ກາດ​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານຫຼີ​ເຄີ​ສຽງ​ຊີ້​ໃຫ້​ເຫັນ​ວ່າ: ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ເປັນ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ການ​ຮ່ວມ​ມືອາ​ຊຽນ​ບວກ 3  ເຊິ່ງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຍາວ​ນານ​ແລະ​ພື້ນ​ຖານ​ຂອງ​ ​ປະ​ຊາ​ຊົນ​ໃນ​ພາກ​ພື້ນ. ຈີນ​ມີ​ຈຸດ​ຢືນ​ວ່າ ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ຄວນ​ຍຶດໝັ້ນ​ຈຸດ​ປະ​ສົງ​​ໜຶ່ງ ​ຄື​ສົ່ງ​ເສີມ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ໜຶ່ງ​ດຽວ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ, ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ​ແລະ​ພັດ​ທະ​ນາ​ຮ່ວມ​ກັນ; ຍຶດ​ໝັ້ນ ສອງຫຼັກ​ການ ຄື ຍຶດ​ໝັ້ນ​ຖາ​ນະ​ໃຈ​ກາງ​ຂອງ​ອາ​ຊຽນ, ຍຶດ​ໝັ້ນ​ "ຮູບ​ການ​ອາ​ຊຽນ"​ທີ່​ຫາ​ລື​ເປັນ​ເອ​ກະ​ພາບ​ກັນ,ເປີດ​ປະ​ຕູ​ແລະ​ກວມ​ລວມ, ພິ​ຈາ​ລະ​ນາ​ເຖິງ​ ​ບັນ​ດາ​ຝ່າຍ; ຊຸກ​ຍູ້​ "ການ​ຮ່ວມ​ມື​ໃນ 3 ລະ​ດັບ" ຄື​ຖື​​ເອົາການ​ຮ່ວມ​ມື​ອາ​ຊຽນ​ບວກ 3 ເປັນ​ຊ່ອງ​ທາງຫຼັກ, ຖື​ເອົາ​ການ​ຮ່ວມ​ມື​ອາ​ຊຽນ​ບວກ 1 ຄື​ອາ​ຊຽນ-ຈີນ, ອາ​ຊຽນ-ຍີ່​ປຸ່ນ​ແລະ​ອາ​ຊຽນ-ສ​ເກົາຫຼີ ເປັນ​ພື້ນ​ຖານ, ຖື​ເອົາ​ການ​ຮ່ວມ​ມື​ໃນ​ອະ​ນຸ​ພາກ​ພື້ນ​ຕ່າ​ງໆ​ເປັນ​ຕົ້ນ ຈີ​ນ-ຍີ່​ປຸ່ນ-ສ ເກົາຫຼີ, ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ເຂດ​ເຕີບ​ໂຕ​ພາກ​ຕາ​ເວັນ​ອອກ​ອາ​ຊຽນ​ແລະ​ອື່ນໆ​ເປັນສຳ​ຮອງ​ທີ່​ເປັນ​ປະ​ໂຫຍດເພື່ອ​ເຮັດ​ໃຫ້​ການ​​ສ້າງ​ປະ​ຊາ​ຄົ​ມ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ເດີນ​ຕາມ​ເສັ້ນ​ທາງ​ປອດ​ໃສ,ໝັ້ນ​ທ່ຽງ​ແລະ​ຍືນ​ຍົງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຈາ​ກ​ນີ້, ທ່ານຫຼີ​ເຄີ້​ສຽງຈິ່ງ​ໄດ້ສະ​ເໜີ 6 ຂໍ້​ຄື:

ໜຶ່ງ ອອກ​ແຮງ​ປັບ​ປຸງ​ການ​ຄ້າ​ໃຫ້​ເສ​ລີ​ແລະ​ສະ​ດວກ​ຂຶ້ນແລະ​ຄ່ອຍໆ​ກ້າວ​ໄປ​ສູ່​ຕະຫຼາດ​ດຽວ. ສອງ, ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ເພີ່ມ​ຂີດ​ຄວາມ​ສາ​ມາດ​ແລະ​ການ​ລົງ​ທຶນ, ສ້າງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ສາມ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ພື້​ນ​ຖານ​ໂຄງ​ລ່າງ, ​ສ້າງ​ເຄືອ​ຂ່າຍ​ເຊື່ອມ​ຈອດ​ກັນ. ສີ່, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ທະ​ນາ​ຄານ, ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ທາງ​ການ​ທະ​ນາ​ຄານ​ຂອງ​ພາກ​ພື້ນ. ຫ້າ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ພັດ​ທະ​ນາ​ແບ​ບ​ຍືນ​ຍົງ, ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ທີ່​ສະ​ໝ່ຳ​ສະ​ເໝີ,ກວມ​ລວມ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ​ແລະຫົກ, ເປີດກວ້າງ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ,​ເຕົ້າ​ໂຮມ​ຈິດ​ສຳ​ນຶກ​ປະ​ຊາ​ຄົມ.

ບັນ​ດາ​ຜູ້​ນຳ​ທີ່​ຮ່ວມ​ປະ​ຊຸມ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຄວາມ​ໝາຍ​ແລະ​ຜົນ​ສຳ​ເລັດ​ຂອງ​ການ​ຮ່ວມ​ມື​ອາ​ຊຽນ​ບວກ 3 ໃນ​ການ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ພາກ​ພື້ນ ແລະ​ຊົມ​ເຊີຍ​ຂໍ້​ລິ​ເລີ່ມ​ຂອງ​ຈີນ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ອາ​ຊຽນ​ບວກ 3 ໂດຍ​ຢືນ​ຢັນ​ວ່າ ຍິນ​ດີ​ຖື​​ເອົາການ​ຮ່ວມ​ມື​ອາ​ຊຽນ​ບວກ 3 ​ໃນ​ໂອ​ກາດຄົບ​ຮອບ 20 ປີ​ເປັນ​ໂອ​ກາດ​ທີ່​ດີ​ເພື່ອ​ຍົກ​ລະ​ດັບ​ການ​ຮ່ວມ​ມື,ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງ​ໆ​ເປັນ​ຕົ້ນ ພື້ນ​ຖານ​ໂຄງ​ລ່າງ, ການ​ຄ້າ​ກັບ​ການ​ລົງ​ທຶນ, ການ​ທະ​ນາ​ຄານ, ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ວັດ​ທະ​ນະ​ທຳ​ແລະ​ອື່ນໆ, ສ້າງ​ການ​ເຊື່ອມ​ຈອດ​ກັນ​ຄົບ​ວົງ​ຈອນ, ສົ່ງ​ເສີມ​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ