ນາ​ຍົກ​ຈີນ​ແຍກ​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ສູງ​ແລະ​ສະ​ພາ​ຕ່ຳ​ຟີ​ລິບ​ປິນ
2017-11-15 16:22:48  cri 
ຕອນ​ເຊົ້າ​ວັນ​ທີ 15 ພະ​ຈິກ​ນີ້,ຢູ່​ໂຮງ​ແຮມ​ແຫ່ງ​ໜຶ່ງ​ເຊິ່ງ​ເປັນ​ສະ​ຖານ​ທີ່​ທີ່​ຮັບ​ແຂກ​ລັດ​ຖະ​ບານ​ໃນ​ນະ​ຄອນຫຼວງ​ມະ​ນີ​ລາ ປະ​ເທດ​ຟີ​ລິບ​ປິນ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ແຍກ​ ​ພົບ​ປະ​ກັບ​ທ່ານອາ​ກີ​ລີໂນ ປີ​ເມນ​ເຕວ  ປະ​ທານ​ສະ​ພາ​ສູງ​ ແລະ​ທ່ານ​ປານ​ຕາ​ເລ​ອົນ ອານ​ວາ​ເຣັ​ສ ປະ​ທານ​ສະ​ພາ​ຕ່ຳ​ປະ​ເທດ​ດັ່ງ​ກ່າວ.

ທ່ານຫຼີ​ເຄີ້​ສຽງ​ຢືນ​ຢັນ​ວ່າ: ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຈີນ-ຟີ​ລິບ​ປິນ​ມີ​ປະ​ຫວັດ​ຍາວ​ນານ​. ​ນັບແຕ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ປັບ​ປຸງ​ດີ​ຂຶ້ນ​ແຕ່​ປີ​​ຜ່ານ​ມາ​ເປັນ​ຕົ້ນ​ມາ, ກໍ​ໄດ້​ມີ​ທ່ວງ​ທ່າ​​ຂະ​ຫຍາຍ​ຕົວ​ໄປ​ທາງ​ທີ່​ດີ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ຕ່າງໆ​ກໍ​ໄດ້​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ. ​ການ​ທີ່​ຂ້າ​ພະ​ເຈົ້າຢ້ຽມ​ຢາມ​ຟີ​ລິບ​ປິນ​ເທື່ອ​ນີ້​ກໍ​ເພື່ອ​ຮ່ວມ​ກັບ​ຟີ​ລິບ​ປິນ​ປັບ​ປຸງ​ແລະ​ເປີດກວ້າງ​ທ່ວງ​ທ່າ​ທີ່​ດີ​ດັ່ງ​ກ່າວ​ລວມ​ທັງ​ທາວ​ເອົາ​ເວ​ລາ​ແລະ​ໂອ​ກາດ​ທີ່​ໄດ້​ສູນ​ເສຍ​ໄປ​ໃນ​ໄລ​ຍະ​ຜ່ານ​ມາ​​ກັບ​ຄືນເພື່ອ​ເປີດປະ​ຫວັດ​ສາດ​​ໜ້າ​ໃໝ່ແຫ່ງ​ມິ​ດ​ຕ​ະ​ພາບ​ແລະ​ການ​ຮ່ວມ​ມື​ຈີນ-ຟີ​ລິບ​ປິນ​ບົນ​ພື້ນ​ຖານ​​ການເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ ແລະ​ສະ​ເໝີ​ພາບ​ກັນ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​​ວ່າ: ດີ​ໃຈຫຼາຍ​ທີ່​​ໄດ້​ຮູ້​ວ່າ ການ​ໄປ​ມາ​ສູ່​ກັນ​ລະ​ຫວ່າງ​ຂັ້ນ​ຕ່າງໆ​ຂອງ​ສອງ​ປະ​ເທດ​ເຊັ່ນ​ສະ​ພາ​ແລະ​ປະ​ຊາ​ຊົນ​ນັບ​ມື້​ນັບຫຼາຍ​ຂຶ້ນ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ​ມິດ​ຕະ​ພາບ​ຈີນ-ຟີ​ລິບ​ປິນ​ເປັນ​ຄວາມມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ​ແລະ​ເປັນ​ທ່າ​ອ່ຽງ​ທີ່​ຕ້ອງ​ເປັນ​ໄປ. ຍິນ​ດີ​ຕ້ອນ​ຮັບ​ວົງ​ການ​ຕ່າງໆ​ຂອງ​ສອງ​ປະ​ເທດ​​ມີ​ສ່ວນ​ຮ່ວມ​ໃນ​ການ​ເສີມ​ສ້າງ​ສາຍ​ພົວ​ພັນ​ຈີນ-ຟີ​ລິບ​ປິນ, ສ້າງ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ລົງ​ເລິ​ກ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍແລະ​ຮັດ​ແໜ້ນ​ນ້ຳ​ໃຈ​ມິດ​ຕະ​ພາບ​ຍາວ​ນານ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ