ນາຍົກ​ຈີນ​ເນັ້ນ: ຂຽນ​ໜ້າ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ ​ແລະ ສ້າງ​ອະນາຄົດ​ແຫ່ງ​ການ​ພັດທະນາ ອາຊີ​ຕາ​ເວັນ​ອອກ
2017-11-15 11:16:23  cri 

ຕອນ​ບ່າຍ​ວັນ​ທີ 14 ພະຈິກ​ນີ້, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງທີ 12 ທີ່​ຈັດ​ຂຶ້ນຢູ່​ສູນ​ປະຊຸມ​ສາກົນ​ຟິລິບ​ປິນ ​ແລະ​ກ່າວ​ ວ່າ: ນັບ​ແຕ່​ຈັດກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຕະຫຼອດ 12 ປີຜ່ານມາ, ​ໄດ້​ສຸມ​ໃສ່​ຊຸກຍູ້​ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ຮັກສາ​ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​ພາບ ຈຶ່ງ​ກາຍ​ເປັນ​ເວທີ​​ສົນທະນາການ​ຮ່ວມ​ມື​ທີ່​ສຳຄັນ​ທີ່​ມີ​ປະ​ເທດ​ໃນ​ພາກ​ພື້ນ​ແລະ​ນອກ​ພາກ​ພື້ນ​ເຂົ້າຮ່ວມ. ຂະນະ​ທີ່​ບັນດາ​ສະມາຊິກ​ຄວນ​ຍຶດໝັ້ນຖານະບົດບາດ "​ເປັນ​ເວທີ​ຍຸດ​ທະ​ສາດ​ທີ່​ມີ​ຜູ້ນຳ​ນຳພາ", ຍຶດໝັ້ນຖານະ​ໃຈກາງ​ຂອງ​ອາ​ຊຽນ, ຍຶດໝັ້ນການຮ່ວມ​ມື​ດ້ານ​ການ​ພັດທະນາ​ເສດຖະກິດ ​ແລະ ການ​ເມືອງ-ຄວາມ​ໝັ້ນຄົງ ຄວບ​ຄູ່​ກັນ, ວາງ​ທິດ​ທາງ​ໃຫ້​ຖືກຕ້ອງ, ​ເພີ່ມທະວີ​ການຊີ້​ນຳ​ໃນ​ການວາງ​ແຜນ​ຕ່າງໆ, ປັບປຸງ​​ແລະ​ສ້າງ​ກົນ​ໄກ​ຕ່າງໆ​ໃຫ້​ສົມບູນ, ຊຸກຍູ້ກອງ​ປະຊຸມ​ສຸດ​ຍອດ​ໃຫ້​ດຳ​ເນີນ​ຢ່າງ​ໝັ້ນທ່ຽງ​ແລະ​ຂະຫຍາຍຕົວ​ເປັນ​ໄລຍະ​ຍາວ. ຈາກ​ນີ້, ຈີນ​ສະ​ເໜີ 6 ຂໍ້ຕໍ່​ການ​ຮ່ວມ​ມື​ໃນ​ກ້າວ​ຕໍ່​ໄປ:

ໜຶ່ງ, ​ເລັ່ງສ້າງ​ການ​ເຊື່ອມ​ໂຍງ​ພາກ​ພື້ນ​ໃຫ້​ສຳ​ເລັດ ​ໂດຍ​ການຊຸກຍູ້​ໃຫ້​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ "​ແຜນ​ລວມການ​ເຊື່ອມ​ຈອດ​ອາ​ຊຽນ 2025" ​ເຊື່ອມ​ຈອດ​ກັນ, ​ເລັ່ງຜັນ​ຂະຫຍາຍ​ຜົນ​ການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​, ຊຸກຍູ້​ການ​ເຈລະຈາ​​ເຂດ​ການ​ຄ້າ​ເສລີ​ຈີນ-ຍີ່ປຸ່ນ-ສ.​ເກົາຫຼີ ​ແລະ ການ​ເຈລະຈາ​ສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ ຫຼື RCEP ​ໃຫ້​ສຳ​ເລັດ​ໂດຍ​ໄວ. ສອງ, ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ. ສາມ, ຊຸກຍູ້​ການ​ພັດທະນາ​ສັງຄົມ. ສີ່, ຮ່ວມ​ກັນ​ຮັບ​ມື​ກັບ​ໄພຄຸກ​ຄາມ​ຄວາມ​ໝັ້ນຄົງ​ແບບ​​ໃໝ່. ຫ້າ, ສ້າງ​ທັດສະນະ​ໃໝ່ກ່ຽວ​ກັບຄວາມ​ໝັ້ນຄົງ​ ​ແລະ ຫົກ, ປັບປຸງ​ໂຄງ​ສ້າງ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ໃຫ້​ສົມບູນ​ຂຶ້ນ.

ຜູ້ນຳ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ຕ່າງ​ກໍເຫັນວ່າ: ກອງ​ປະຊຸມ​ສຸດ​ຍອດ ​ແມ່ນ​ເວທີ​ຍຸດ​ທະ​ສາດ​ທີ່​ສຳຄັນ​ໃນ​ພາກ​ພື້ນ​ທີ່​ມີ​ຜູ້ນຳ​ນຳພາ. ປະ​ເທດ​ສະມາຊິກ​ຄວນ​ຖື​​ເປັນ​ເວທີ​ທີ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຊຸກຍູ້​ການ​ເປີດ​ປະຕູ​ຕໍ່​ກັນ ​ແລະ ຫັນການ​ຄ້າ​ການ​ລົງທຶນ​ເປັນ​ແບບ​ເສລີ​ແລະ​ສະດວກ, ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​, ຮັກສາຄວາມ​ຄຶກຄັກ​ຂອງ​ການ​ພັດທະນາ​ເສດຖະກິດ​ພາກ​ພື້ນ​, ປັບປຸງ​ຊີວິດ​ການ​ເປັນ​ຢູ່ ​ແລະ​ສ້າງ​ຄວາມ​ຜາ​ສຸກ​​ຂອງ​ປະຊາຊົນ​ໃຫ້ດີ​ຂຶ້ນ​ແລະ​ຫຼາຍກວ່າ​ເກົ່າ. ປັດຈຸບັນ, ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ໄດ້​ຜ່ອນ​ຄາຍ​ລົງ, ການ​ປັບປຸງ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ທີ່​ກ່ຽວຂ້ອງ​ກໍ​ມີ​ຄວາມ​ຄືບ​ໜ້າ, ການ​ຮ່ວມ​ມື​ທາງ​ທະ​ເລ​ພວມ​ຄືບ​ໜ້າ, ຂະນະ​ທີ່​ຈີນ​ກໍ​ໄດ້​ຕັ້ງໜ້າ​ພະຍາຍາມ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ. ​ແນວ​ໃດ​ກໍດີ, ຊົມ​ເຊີຍ​ຈີນ​ແລະ​ອາ​ຊຽນທີ່​ໄດ້​ເລີ່​ມຕົ້ນການ​ປຶກສາ​ຫາລື​ເນື້ອ​ໃນ​ລະອຽດ​ຂອງ "ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້" ຫຼື COC ​ແລະຫວັງ​ວ່າ​ຝ່າຍ​ຕ່າງໆ​ຈະ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຮັບຮອງ​ເອົາ "ຖະ​ແຫຼງການ​ຜູ້ນຳ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ການຫຼຸດຜ່ອນ​ຄວາມທຸກ​ຍາກ", "ຖະ​ແຫຼງການ​ຜູ້ນຳ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ກ່ຽວ​ກັບ​ອາວຸດ​ເຄມີ", "ຖະ​ແຫຼງການ​ຜູ້ນຳ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ກ່ຽວ​ກັບການ​ປ້ອງ​ກັນ​ແລະ​ຮັບ​ມື​ກັບ​ການ​ແຜ່​ຂະຫຍາຍ​ຮູບ​ຖານ​ຈິດ​ສຳນຶກ​ລັດທິ​ກໍ່​ການ​ຮ້າຍ" ​ແລະ "ຖະ​ແຫຼງການ​ຜູ້ນຳ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ກ່ຽວ​ກັບການ​ຕ້ານ​ການ​ຟອກ​ເງິນ ​ແລະ ການ​ລົມ​ດົມ​ທຶນ​ເພື່ອ​ກໍ່​ການ​ຮ້າຍ" ​ແລະ​ເອກະສານ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ