ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ເດີນທາງ​ກັບ​ຄື​ນປະ​ເທດ
2017-11-15 16:56:26  cri 
ວັນ​ທີ 14 ພະຈິກ​ນີ້, ພາຍຫຼັງ​​ເຂົ້າ​ຮ່ວມ​ກອງ​ປະຊຸມບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກຄັ້ງ​ທີ 25 ​ແລະ​ສຳ​ເລັດ​ການ​ຢ້ຽມຢາມ​ຫວຽດນາມ ​ແລະ​ລາວທາງ​ລັດຖະກິດ, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​​ໄດ້​​ເດີນທາງ​ເຖິງ​ນະຄອນຫຼວງ​ປັກ​ກິ່ງ ​ໂດຍໃນ​ໂອກາດ ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ກັບ​ຄືນ​ປະ​ເທດ, ທ່ານ​ພັນ​ຄຳ ວິ​ພາວັນ ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຮອງ​ປະທານ​ປະ​ເທດ​ລາວ, ທ່ານ​ສິນ​ລະ​ວົງ ຄຸດ​​ໄພທູດ ກຳມະການ​ກົມ​ການ​ເມື​ອງສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ເຈົ້າ​ຄອງ​ນະ​ຄອນ​ຫຼວງ​ວຽງ​ຈັນ, ​ທ່ານສອນ​ໄຊ ສີພັນ​ດອນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຮອງ​ນາຍົກລັດຖະມົນຕີລາວ ​ແລະຄະນະ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ​ໄດ້​ອອກສົ່ງ​ທ່ານຢູ່​ສະໜາມບິນສາກົນ​ວັດ​ໄຕ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ