ນາຍົກລັດຖະມົນ​ຕີ​ໄທ​ສະ​ເໜີ​ຝ່າຍ​ຕ່າງໆຮັບ​ມືກັບ​ສິ່ງ​ທ້າ​ທາຍດ້ານ​ຄວາມ​ໝັ້ນຄົງ
2017-11-15 17:10:51  cri 
ຕາມ​ຂ່າວCRI: ວັນ​ທີ 14 ພະຈິກ​ນີ້, ທ່ານ​ປະຍຸດ​ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ​ກ່າວ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 12 ທີ່​ຈັດ​ຂຶ້ນ​ຢູ່​ມະນີລາ​ປະ​​ເທດ​ຟິລິປິ​ນວ່າ: ບັນດາ​ປະ​ເທດ​ຄວນ​ນຳ​ໃຊ້​​ໂອກາດທີ່​ສຳຄັນ​​ນີ້ ປຶກສາ​ຫາລື​ບັນຫາຂອງ​ພາກ​ພື້ນ ​ແລະຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍດ້ານ​ຄວາມໝັ້ນຄົງ​ດັ້ງ​ເດີມ ​ແລະ​ແບບ​ໃໝ່.
ທັງ​ນີ້​ຄຳ​ສະ​ເໜີ 3 ປະການຂອງ​ນາຍົກ​ໄທ​ໄດ້​ແກ່: ໜຶ່ງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ​ການ​ທະນາຄານ​ພາຍ​ໃຕ້​ກົນ​​ໄກ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ຮັກສາ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກ, ຊຸກຍູ້​ບັນດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ບັນລຸ​ສັນຍາ​ຄູ່​ຮ່ວມ​ມື​ເສດ​ຖະກິ​ດຮອບດ້ານ (RCEP); ສອງ, ​ເພີ່ມ​ທະວີ​ການເຊື່ອມ​​ໂຍງ​ເຂົ້າກັນ, ສົ່ງ​ເສີມ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ​ຫຼຸດຜ່ອນຄວາມ​ແຕກ​ໂຕນ​ລະຫວ່າງ​ຜູ້​ທຸກ​ຍາກ ​ແລະ​ຜູ້ຮັ່ງ​ມີ​ໃນ​ພາກ​ພື້ນ ​ແລະສາມ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ, ຕ້ານ​ການ​ກໍ່​ການ​ຮ້າ​ຍ, ລັດທິ​ຫົວ​ຮຸນ​​ແຮງ ​ແລະ​ກະທຳ​ຜິດ​ຂ້າມ​ຊາດຢ່າງ​ມີ​ປະສິດທິ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ