ນາຍົກຈີນເນັ້ນ: ຍຶດໝັ້ນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີກັບຟິລິບປິນ
2017-11-16 15:48:02  cri 

ວັນທີ 15 ພະຈິກນີ້ ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມຜູ້ນຳອາຊີຕາເວັນອອກ ແລ້ວ, ທ່ານຫຼີເຄີ້ສຽງ
ນາຍົກລັດຖະມົນຕີຈີນໄດ້ເລີ່ມຢ້ຽມຢາມຟິລິບປິນຢ່າງເປັນທາງການ, ແລະ​ໃນ ຕອນບ່າຍມື້ດຽວກັນ, ທ່ານຫຼີ
ເຄີ້ສຽງໄດ້ພົບປະກັບທ່ານດູເຕີເຕ ປະທານາທິບໍດີຟິລິບປິນຢູ່ນະຄອນຫຼວງມະນີລາ.

ທ່ານຫຼີເຄີ້ສຽງກ່າວວ່າ: ພຶດຕິກຳໄດ້ຢືນຢັນ​ໃຫ້​ເຫັນແລ້ວວ່າ, ການມີມິດຕະພາບຖານບ້ານໃກ້ ເຮືອນຄຽງທີ່ດີ
ຕໍ່ກັນ​ນັ້ນ​ລ້ວນ​ແຕ່ສອດຄ່ອງກັບຜົນປະໂຫຍດກົກຮາກຂອງສອງປະເທດ ​ທັງແມ່ນຄວາມ ປາຖະ ໜາຮ່ວມ
ຂອງປະຊາຊົນສ່ວນຫຼາຍ, ແລະກໍແມ່ນທ່າອຽງ​ແຫ່ງ​ການຂະຫຍາຍຕົວຂອງພາກພື້ນ, ທັງແມ່ນ ພື້ນຖານແຫ່ງ
ການພັດທະນາຮ່ວມ​ກັນ. ຈີນຍິນດີຮ່ວມກັບຟິລິບປິນ​ຊີ້​ນຳທິດທາງທີ່ຖືກຕ້ອງ, ປັບປຸງມິດຕະພາບ, ລົງເລິກ
ການຮ່ວມມື, ຊຸກຍູ້ການພົວພັນລະຫວ່າງ​ສອງ​ປະ​ເທດ​ໃຫ້ກ້າວ ໄປໜ້າຢ່າງປອດໃສແລະໜັກແໜ້ນ.

ທ່ານຫຼີເຄີ້ສຽງ​ກ່າວ​ຕື່ມວ່າ, ເສດຖະກິດຈີນ-ຟິລິບປິນຕ່າງກໍ​ສາ​ມາດຊ່ວຍຊູຍູ້ໜູນກັນ, ແລະ ​ສ້າງໂອກາດການ
ພັດທະນ​າແລະ​ເປີດຕະຫຼາດອັນກວ້າງຂວາງໃຫ້ແກ່ກັນ, ​ດ້ວຍ​ເຫດ​ນີ້​ຈີນ​ຈຶ່ງຍິນດີຮ່ວມ​ກັບຟິລິບປິນເຊື່ອມຈອດ
ຍຸດທະສາດການພັດທະນາ​ເຂົ້າກັນ, ເພີ່ມທະວີການຮ່ວມມື ໃນຂົງເຂດການຄ້າການລົງທຶນ, ເຕັກນິກຂໍ້ມູນຂ່າວ
ສານ, ກະສິກຳ, ​ການຫຼຸດຜ່ອນຄວາມທຸກຍາກ, ວັດທະນະທຳ, ສາທາລະນະສຸກແລະໄວໜຸ່ມເປັນຕົ້ນ.

ທ່ານດູເຕີເຕກ່າວວ່າ, ​ນີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 10 ປີ​ທີ່​ຜູ້​ນຳ​ຈີນ​ກໍ​ຄືທ່ານນາຍົກຫຼີເຄີ້ສຽງເດີນທາງຢ້ຽມຢາມ
ຟິລິບປິນເຊິ່ງມີຄວາມໝາຍສຳຄັນ​ຫຼາຍ. ຈີນແມ່ນ ເພື່ອນທີ່ດີແລະຄູ່ຮ່ວມມືທີ່ຈິງໃຈຂອງຟິລິບປິນ. ຂອບໃຈຈີນ
ທີ່ໄດ້ສະໜັບສະໜູນການ ກໍ່ສ້າງພື້ນຖານໂຄງ ລ່າງແລະປົກປັກຮັກສາຄວາມໝັ້ນຄົງຂອງຟິລິບປິນ, ຟິລິບ
ປິນຄອງຄອຍ ນັກທຸລະກິດຈີນເຂົ້າໄປລົງທຶນ, ​ສ້າງ​ສາແລະຖອດຖອນເອົາບົດຮຽນການພັດທະນາຂອງຈີນ.
​ພ້ອມ​ທັງຍິນດີເສີມຂະຫຍາຍບາດບາດ​ຂອງ​ການເປັນປະເທດປະສານການພົວພັນຈີນ-ອາຊຽນໃຫ້ດີ, ເພື່ອ
ຊຸກຍູ້ການພົວພັນລະຫວ່າງອາຊຽນ-ຈີນໃຫ້ພັດທະນາກ້າວໄປໜ້າ.​ກໍ​ຄືຍິນດີເສີມຂະຫຍາຍ ບົດບາດ​ຂອງ
​ການເປັນປະເທດ​ໄກ່​ເກ່ຍ​ການ​ພົວ​ພັນ​ຈີນ-ອາ​ຊຽນ​ໃຫ້ດີ, ​ແລະຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ-ຈີນ​ຂະ​
ຫຍາ​ຍ​ຕົວ​ຕື່ມ​ອີກ.

ພາຍ​ຫຼັງ​ພົບ​ປະ​ກັນ, ທ່ານ​ຫຼີ​ເຄີ້​ສຽງ​ແລະ​ທ່ານດູເຕີເຕ ​ໄດ້ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​​ໃນການ​ລົງ​ນາມ​ເອ​ກະ​ສານ​
ຮ່ວມ​ມື​ສອ​ງ​ຝ່າຍ​ສິບກວ່​າ​ສະ​ບັບ​​ໂດຍກວມ​ເອົາ​ຂົງ​ເຂດ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ຄວາ​ມ​ສາ​ມາດ​ການ​
ຜະ​ລິດ, ເສດ​ຖະ​ກິດ​ເຕັກ​ນິກ, ການ​ເງິນ, ວັດ​ທະ​ນະ​ທຳ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ