ອົງ​ການ​ຫົວ​ກະ​ທິ​ສາ​ກົນ​ຮ່ວມ​ສຳ​ມະ​ນາ​ຫົວ​ຂໍ້ "ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19: ການ​ພັດ​ທະ​ນາ​ຂອງ​ຈີນ​ແລະ​ຄວາມ​ໝາຍ​ຕໍ່ໂລກ" ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວ​ງ​ປັກ​ກິ່ງ
2017-11-17 11:23:43  cri 
ກອງ​ປະ​ຊຸມ​ສຳ​ມະ​ນາ​ອົງ​ການ​ຫົວ​ກະ​ທິ​ສາ​ກົນ​ພາຍ​ໃຕ້ຫົວ​ຂໍ້ "ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19: ການ​ພັດ​ທະ​ນາ​ຂອງ​ຈີນ​ແລະ​ຄວາມ​ໝາຍ​ຕໍ່ໂລກ" ທີ່​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ​ແຫ່ງ​ຊາດຈີນ​ແລະ​ສູນ​ແລກ​ປ່ຽນ​ເສດ​ຖະ​ກິດ​ສາ​ກົນ​ຈີນ​ ​ເປັນ​ເຈົ້າ​ພາບ​ຮ່ວມໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວ​ງ​ປັກ​ກິ່​ງ​ໃນ​ວັນ​ທີ 16 ພະ​ຈິກ​ນີ້ ໂດຍ​ອະ​ດີດບຸກ​ຄົນ​ສຳ​ຄັນ​ໃນວົງ​ການ​ການ​ເມືອງ​ແລະ​ຜູ້​ຊ່ຽວ​ຊານ​ຂອງ​ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ຕ່າງ​ກໍ​ມີ​ຄວາມ​ຫວັງ​ຕໍ່​ການ​ພັດ​ທະ​ນາ​ຂອງ​ຈີນ​ຫຼັງ​ກອງ​ປະ​ຊຸມ​ທີ່​ຈະ​ນຳ​ເອົາ​ໂອ​ກາດ​ໃໝ່​ມາ​ໃຫ້​ແກ່​ໂລກ.

ທ່ານ ໂດ​ມີ​ນິກ ເດີ ວິນ​ເລີ​ແປງ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຝ​ຣັ່ງ​ເຫັນ​ວ່າ: ຄຽງ​ຄູ່​ກັບ​ຄວາມຈະ​ເລີນສີ​ວິ​ໄລ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຫຼາຍ 10 ປີ​ຜ່ານ​ມາຂ​ອງ​ຈີນ​ແລະ​ກໍ​ເປັນການ​ພັດ​ທະ​​ນາ​ທີ່​ສົ່ງ​ຜົນ​ສະ​ທ້ອນ​ນັບ​ມື້​ນັບ​ສຳ​ຄັນ​ຕໍ່​ໂລກ.ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ທີ່​ຫາ​​ກໍ​ສຳ​ເລັດໃນ​ເດືອນ​ຜ່ານ​ມາ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ທີ່​ເປັນ​ປະ​ຫວັດ​ສາດ​ຕໍ່​ຈີນ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ຕໍ່​ໂລກ​ຕື່ມອີກ​.

ທ່ານ ຊາວ​ຄັດ ​ອາ​ຊິດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສະ​ຖານ​ໄດ້​ກ່າວ​ໂດຍ​ເນັ້ນ​ຜົນ​ສະ​ທ້ອນ​ຂອງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ"ຕໍ່​ເສດ​ຖະ​ກິດ​ໂລກ ພ້ອມ​ທັງ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ໂລກ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ. ທັງໄດ້​ຍົກ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ຂອງ​ປາ​ກິ​ສະ​ຖານ​ຈາກຂໍ້​ລິ​ເລີ່ມ​ດັ່ງ​ກ່າວ ແລະ​ເຫັນ​ວ່າ​ຂໍ້​ລິ​ເລີ່ມ​ນີ້​ຈະ​ປ່ຽນ​ໂລກ​ໂດຍ​ພື້ນ​ຖານ,ສະ​ໜອງ​ຮູບ​ແບບ​ການ​ເຊື່ອມ​ຈອດ​ກັນ​ແບບ​ໃໝ່​ຢ່າງໜຶ່ງ​ໃຫ້​ແກ່​ບັນ​ດາ​ປະ​ເທດ.

ທ່ານ ປີ​ເຕີ ຄັກ​ວານ​ຈາ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ອາ​ຟ​ຣິ​ກາ​ຂອງເຄນ​​ຢາ​​ມີ​ຄວາມ​ມຸ່ງ​ຫວັງ​ທີ່​ສຸດ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຟ​ຣິ​ກາ-ຈີນ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ແລະຫວັງ​ວ່າ​ຄວາມ​ຈະ​ເລີນ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ​ທີ່​ໄດ້​ລະ​ບຸໃນ​ກອງ​ປະ​ຊຸມ​ຈະ​ສາ​ມາດນຳ​ເອົາຜົນ​ປະ​ໂຫຍດ​ມາ​ໃຫ້​ແກ່​ປະ​ຊາ​ຊົນ​ອາ​ຟ​ຣິ​ກາ​ໄດ້ໃນ​ອະ​ນາ​ຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ