ທ່ານ​ສີ​ຈິ້ນ​ຜິງ​ລົມໂທ​ລະ​ສັບ​ກັບ​ເຈົ້າ​ຊີ​ວິດ​ອາ​​ຣັບ​ບີ​ຊາ​ອຸດິດ
2017-11-17 15:40:22  cri 
ຕາມ​ຂ່າວ CRI: ວັນ​ທີ 16 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ລົມໂທ​ລະ​ສັບ​ກັບ​ສົມ​ເດັດ ຊາ​ມັນ ປິນ ອັບ​ດູ​ລະ​ຊິ​ສ ອາ​ຊະ​ດູ ເຈົ້າ​ຊີ​ວິດ​ອາ​ຣັບ​ບີ​ຊາ​​ອຸ​ດິດ​.

​ໃນ​ໂອ​ກາດ​ດັ່ງ​ກ່າວ, ສົມ​ເດັດ​ຊາ​ມັນ ໄດ້ອວຍ​ພອນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​​ແລະ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ອີກສະ​ໄໝ​ໜຶ່ງ. ​ທັງ​ໄດ້​ເນັ້ນ​ວ່າ, ປະ​ເທດ​ຕົນ​ຍິນ​ດີ​ຊຸກ​ຍູ້​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໂດຍ​ຜ່ານ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ລະ​ດັບ​ສູງ​ອາ​ຣັບ​ບີ​ຊາ​ອຸ​ດິດກັບ​ຈີນ, ​ພ້ອມ​ເຊື່ອມ"ວິ​ໄສ​ທັດ 2030" ຂອງ​ປະ​ເທດ​ຕົນ​​ເຂົ້າ​ກັບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ຂອງ​ຈີນ, ລົງ​ເລິກ​ການ​ຮ່ວ​ມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ, ການ​ເງິນ​ແລະ​ອື່ນໆ. ​ຂະ​ນະ​ດຽວ​ກັນ​ກໍ​ຍິນ​ດີ​ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ຈີນ​ຢູ່​ເຂດ​ອ່າວ​ເປີ​ເຊຍ, ​ທັງສຸມ​ກຳ​ລັງ​ເພື່ອ​ເພີ່ມ​ທະ​ວີ​ແລະ​ລົງ​ເລິກ​ສາຍ​ພົວ​ພັນ​ຄູ່​ຮ່ວມ​​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ສີ​ຈິ້ນ​ຜິງ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຄຳອວຍ​ພອນ​ຂອງ​ສົມ​ເດັດ​ຊາ​ມັນ​ແລະ​ເນັ້ນ​ວ່າ, ປະ​ມຸກ​ລັກ​ສອງ​ປະ​ເທດ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ຢ່າງ​ໃກ້​ຊິດ​ແມ່ນ​ເລື່ອງ​ສຳ​ຄັນ​ທີ່​ສຸດ. ຈີນ​ແລະ​ອາ​​ຣັບ​ບີ​ຊາ​ອຸດິດ​ແມ່ນ​ຄູ່​ຮ່ວມ​​ຍຸດ​ທະ​ສາດ​ຮອບ​ດ້​ານ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈທາງ​ຍຸດ​ທະ​ສາດ​ແລະ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ໄດ້​ຂະ​ຫຍາ​ຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ. ບໍ່​ວ່າ​ສະ​ຖາ​ນະ​ການ​ພ​າກ​ພື້ນ​ແລະ​ສາ​ກົນ​ປ່ຽນ​ແປງ​ແນວ​ໃດ, ຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນທີ່​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ວາດ​ກັບ​ອາ​​ຣັບ​ບີ​ຊາ​ອຸ​ດິດ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ. ຈີນ​ສະ​ໜັບ​ສະ​ໜູ​ນ​ອາ​ຣັບບີ​ຊາ​ອຸດິດ​​ປົກ​ປ້ອງ​ສິດ​ອະ​ທິ​ປະ​ໄຕ​ຂອງ​ຊາດແລະ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ບັນ​ລຸ​ການ​ພັດ​ທະ​ນາ​ໃຫຍ່ກວ່າ​ເກົ່າ, ​ທັງ​ຍິນ​ດີ​ຮ່ວມລົງ​ເລິ​ກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ, ຊຸກ​ຍູ້​​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊື່ອມ​ຈອດ​ກັບ "ວິ​ໄສ​ທັດ 2030" ໃຫ້​ເປັນ​ຈິງ, ​ສຸມ​ໃສ່​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໃຫ້​ມີ​ປະ​ສິດ​ທິ​ພາບໂດຍ​ຜ່ານ​ກົ​ນ​ໄກ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ລະ​ດັບ​ສູງ​ສອງ​ປະ​ເທດ, ​ເພື່ອເຮັດ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ສາ​ມາດ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ​ກໍ​ຄື​ປະ​ຊາ​ຊົນ​ຂອງ​ພາກ​ພື້ນ​​ດີກວ່າ​ເກົ່າ​ແລະ​ຫຼາຍກວ່າ​ເກົ່າ.

ປະ​ມຸກ​ລັດ​ສອ​ງ​ປະ​ເທດ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ​ແລະ​ສາ​ກົນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ