ທ່ານ​ຫລີ​ເຄີ້ສຽງ​ ນາຍົກລັດຖະມົນຕີຈີນ​ເດີນທາງ​ກັບ​ຄືນ​ປະ​ເທດ
2017-11-17 11:02:06  cri 
ພາຍຫຼັງທ່ານ​ຫລີ​ເຄີ້ສຽງ ນາຍົກລັດຖະມົນຕີ​ຈີນ​ສຳ​ເລັດ​ການ​​ເຂົ້າຮ່ວມ​ກອງປະຊຸມ​ຜູ້ນຳ​ຈີນ-ອາ​ຊຽນ (10+1) ​ເທື່ອ​ທີ 20, ກ​ອງປະຊຸມ​ຜູ້ນຳ​ອາ​ຊຽນກັບ​ຈີນ, ຍີ່ປຸ່ນ ​ແລະ​ສ ​ເກົາ​ຫຼີ​ເທື່ອ​ທີ 20 ​ແລະ​ກອງປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງທີ 12 ​ແລະ​ຢ້ຽມຢາມຟິລິປິ​ນ​ທາງ​ລັດຖະກິດ​ ​ກໍ​ໄດ້ເດີນທາງກັບ​ຄືນ​ປະ​ເທດ​ໃນ​ຕອນ​ບ່າຍ​ວັນ​ທີ 16 ພະຈິກ​ນີ້.

ໃນ​ໄລຍະ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ, ທ່ານ​ຫລີ​ເຄີ້ສຽງກ່າວ​ວ່າ ຈີນ​ກັບ​​ອາ​ຊຽນ​ໄດ້​​ເລີ່​ມດຳ​​ເນີນ​ການ​ເຈລະຈາ​ແລກປ່ຽນ​ເນື້ອ​​ໃນ​ຂອງ​ກົດ​ແຫ່ງ​ການ​ປະ​ພຶດໃນທະ​ເລ​ຈີນ​ໃຕ້ (coc) ​ເຊິ່ງ​ໄດ້ຮັບ​ການ​ສະໜັບສະໜູນ​ຢ່າງ​ຫຼວງ​ຫຼາຍຈາກ​ປະ​ເທດ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ