​ອາ​ຊຽນຍິນ​ດີ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ໂດຍ​ສັນຕິ​ວິທີ
2017-11-17 11:13:03  cri 

ວັນ​ທີ 14 ພະຈິກ​ນີ້, ຫຼັງກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 31 ​ແລະ​ກອງ​ປະຊຸມ​ຜູ້ນຳ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກອັດ​ລົງຢູ່ນະ​ຄອນ​ຫຼວງ​ມະນີ​ລາ​ປະ​ເທດຟິລິປິນ, ​ໃນວັນ​ທີ 16 ພະຈິກ​ນີ້, ອາ​ຊຽນກໍ​ໄດ້ອອກຖະ​ແຫຼ​ງການ​ຂອງປະທານ​​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້.

ຖະ​ແຫຼ​ງການ​ດັ່ງກ່າວລະ​ບຸ​ວ່າ: ປັດຈຸບັນ​, ບັນ​ດາ​ປະ​ເທດ​ໃນອາ​ຊຽນ​ໄດ້ຕັ້ງໜ້າ​ຮ່ວມ​ມື​ກັບ​ຈີນ​ໃນ​ບັນຫາທະ​ເລ​ຈີນ​ໃຕ້ ​ແລະ​ຫວັງ​ວ່າ​ຈະສາມາດຍົກ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃຫ້ສູງ​ຂຶ້ນ​ຕື່ມ​ອີກ​ໃນ​ອະນາ​ຄົດ ​ເພື່ອ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ໂດຍ​ສັນຕິ​ວິທີ. ຂະນະ​ດຽວ​ກັນ​ກໍຄອງ​ຄອຍ​ການ​​ເລີ່​ມ​ເຈລະຈາ​ແລກປ່ຽນ​ເນື້ອ​ໃນ​ຂອງ​ກົດ​ແຫ່ງ​ການ​ປະ​ພຶດ​ໃນ​ທະ​​ເລ​ຈີນ​ໃຕ້ ​ແລະ​ຄະນະ​ປະສານ​ງານກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະຕິບັດ​ຖະ​ແຫຼ​ງການ​ການປະ​ພຶດ​ຫຼາຍ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້ທີ່​ຈະ​ຈັດ​ຂຶ້ນ​ຢູ່​ຫວຽດນາມ​ໃນ​ຕົ້ນ​ປີ 2018.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ