ປະ​ທານ​ປະ​ເທດ​ຈີນ​ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ນາ​ມາ
2017-11-18 15:41:09  cri 

ວັນ​ທີ 17 ພະ​ຈິກ​ນີ້​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຈູ​ອັນ ຄາ​ໂລ​ສ ວາ​ເຣ​ລາ ປະ​ທາ​ນາ​ທິ​ບໍ​ດີ​ປາ​ນາ​ມາ​ທີ່​ເດີນ​ທາງ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ.

ທ່ານ​ສີ​ຈິ້ນ​ຜິງ​ຢືນ​ຢັນ​ວ່າ: ທ່ານ​ປະ​ທານ​າ​ທິ​ບໍ​ດີ​ວາ​ເຣ​ລາ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ນາ​ມາ​ຜູ້​ທຳ​ອິດ​ທີ່​ໄດ້​ເດີນ​ທາງຢ້ຽມ​ຢາມ​ຈີນ ທັງ​ເປັນ​ປະ​ມຸກ​ລັດ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ​ຜູ້ທຳ​ອິດ​ທີ່​ມາ​ຢ້ຽມ​ຢາມ​ຈີນຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19. ນັບ​ແຕ່​ຈີນ-ປາ​ນາມາ​​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ 5 ເດືອນ​ມາ​ນີ້, ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ​ກຳ​ລັງ​ດຳ​ເນີນ​ໄປ​ຢ່າງວ່ອງ​ໄວ, ຈີນ​ຍິນ​ດີ​ຮ່ວມ​ກັບ​ປາ​ນາ​ມາ​ວາງ​ແຜນ​ແລະ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​​ດ້ວຍ​ຄວາມ​ໄວ​ສູງ,ມີ​ຈຸດ​ເລີ່ມ​ຕົ້ນ​ສູງ​ແລະ​ມີ​ມາດ​ຕະ​ຖານ​ສູງ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຈີນ-ປາ​ນາ​ມາ​ຕ້ອງ​ເປັນ​ໝູ່​ເພື່ອນ​ທີ່​ສ​ະ​ເໝີ​ພາບ​ຕໍ່​ກັນ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຢ່າງ​ເດັດ​ດ່ຽວ. ຈີນ​ຖື​ອາ​ເມ​ລິ​ກາ​ລາ​ຕິນ​ເປັນ​ຝ່າຍ​ສຳ​ຄັນ​ທີ່​ຂາດ​ບໍ່​ໄດ້​ໃນ​ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ປາ​ນາ​ມາ​ສາ​ມາດ​ກາຍ​ເປັນ​ເຂດ​ແດນສຳ​ຄັນ​ໃນ​ການ​ເຊື່ອມ​ຕໍ່​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21 ​ໄປ​ເຖິງ​ອາ​ເມ​ລິ​ກາ​ລາ​ຕິນ. ສອງ​ຝ່າຍ​ຄວນ​ຖື​ການ​ຮ່ວມ​ກັນ​ສ້າງ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ເປັນສິ່ງ​ນຳ​ໜ້າ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ,ເພື່ອ​ຫັນ​ທ່າ​ແຮງ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ເປັນ​ທ່າ​ແຮງ​ຮ່ວມ​ມື​ຮອບ​ດ້ານ.

ທ່ານ​ວາ​ເຣ​ລາ​ຢືນ​ຢັນ​ວ່າ: ມິດ​ຕະ​ພາບປາ​ນາ​ມາ-ຈີນ​​ມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ. ປາ​ນາ​ມາ​ເດັດ​ດ່ຽວ​ຍຶດ​ໝັ້ນຫຼັກ​ການ​ປະ​ເທດ​ຈີນ​ດຽວ​ແລະ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຈີນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ. ປະ​ຊາ​ຊົນ​ປາ​ນາ​ມາ​ເຫັນ​ດີ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ປາ​ນາ​ມາ​ກັບ​ຈີນ​ຢ່າງ​ສິ້ນ​ເຊິ່ງ ເພາະ​ວ່າ​ເປັນ​ຂໍ້​ຕົກ​ລົງ​ທີ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ ທັງ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ປາ​ນາ​ມາ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​​ປະ​ຊາ​ຊົນປາ​ນາ​ມາ​ໃຫ້​ດີ​ຂຶ້ນ. ປາ​ນາ​ມາ​ຍິນ​ດີ​ເປັນ​ໝູ່​ເພື່ອນ​ສຳ​ຄັນ​ຂອງ​ຈີນ​ຢູ່​ອາ​ເມ​ລິ​ກາ​ລາ​ຕິນແລະ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ອາ​ເມ​ລິ​ກາ​ລາ​ຕິນ-ຈີນ. ປາ​ນາ​ມາ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ​ທີ່​ຍິ່ງ​ໃຫຍ່ ທີ່​ສະ​ເໜີ​ໂດຍ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ແລະ​ຍິນ​ດີ​ໝູນ​ໃຊ້​ທ່າ​ແຮງ​ທີ່​ຕັ້ງ​ພິ​ເສດ​ຂອງ​ຕົນ​ເພື່ອ​ເຂົ້າ​ຮ່ວມ​ການ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ແລະ​ຮ່ວມ​ກັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເປີດກວ້າງ​ການ​ຮ່ວມ​ມື"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​ໃຫ້ຂະ​ຫຍາຍ​ໄປ​ສູ່​ເຂດ​ອາ​ເມ​ລິ​ກາ​ລາ​ຕິນ​ແລະ​ສົ່ງ​ເສີມ​ການ​ເຊື່ອມ​ຈອດ​ກັນ​ຂອງ​ໂລກ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ