ຊ່ຽວ​ຊານ​ຫວຽດ​ນາມ​ເຫັນ​ວ່າ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ຫວຽດ​ນາມ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່
2017-11-18 15:50:11  cri 
ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ອົງ​ການ​ຫົວ​ກະ​ທິສາ​ກົນ​ໃນ​ຫົວ​ຂໍ້ "ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ: ການ​ພັດ​ທະ​ນາ​ຂອງ​ຈີນ​ກໍ​ຄື​ຄວາມ​ໝາຍ​ຕໍ່​ໂລກ"ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 16 ພະ​ຈິກ​ນີ້, ທ່ານ​ຫງວຽນ​ຊຸນ​ຊົງ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຈີນ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວCRI​ໂດຍ​ຢືນ​ຢັນ​ວ່າ ​ການ​ທີ່ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ອາ​ເປັກ​ຢູ່​ຫວຽດ​ນາມ​ທັງ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ແລະ​ລາວ​ທາງ​ລັດ​ຖະ​ກິດ​ນັ້ນເປັນ​ເຫດ​ສຳ​ຄັນ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແບບຫຼາຍ​ຝ່າຍ​ຂອງ​ປະ​ເທດ​ໃຫຍ່​ຕໍ່​ປະ​ເທດ​ອ້ອມ​ຂ້າງ​​ຂອງ​ຈີນ​ໃນ​ຍຸກ​ໃໝ່ ເຊິ່ງ​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ຫວຽດ​ນາມ-ຈີນ ແລະໄດ້​ຮັບ​ໝາກ​ຜົນ​ທີ່​ສຳ​ຄັນ.

ທ່ານ​ຫງວຽນ​ຊຸນ​ຊົງ​ກ່າວ​ວ່າ: ພັກ-ລັດ​ແລະ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ຫວຽດ​ນາມ​ຕ່າງ​ກໍ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ຫວຽດ​ນາມ​ເທື່ອ​ນີ້, ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ: ນີ້​ເປັນ​ຂີດ​ໝາຍ​ໃໝ່​ໃນ​ປະ​ຫວັດ​ສາດ​ຂອງ​ສອງ​ປະ​ເທດ ເຊິ່ງ​ໄດ້​ຍົກ​ສູງສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ໃໝ່. ສອງ​ຝ່າຍ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ໃນຫຼາຍ​ດ້ານ​ເປັນ​ຕົ້ນ ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ, ການຮ່ວມ​ມື​ເພື່ອ​ເພີ່ມ​ຂີດ​ຄວາມ​ສາ​ມາດ​ການ​ຜະ​ລິດ​, ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ຊາດ​ແລະ​ອື່ນໆ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຜ່ານ​ຈາກ​ສັນ​ຍາ​ແລະ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​ເຫຼົ່າ​ນີ້​ຈະ​ສາ​ມາດ​ຜັນ​ຂະ​ຫຍາຍ​ຄວາມ​ເປັນ​ເອ​ກະ​ພາບ​ທີ່​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ຕົກ​ລົງ​ຮ່ວມ​ກັນ​ນັ້ນ​ເຂົ້າ​ສູ່​ການ​ປະ​ຕິ​ບັດ​ຕົວ​ຈິງ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້ຂະ​ຫຍາຍ​ຕົວ​ກ້າວ​ສູ່​ລວງ​ເລິກ, ເປີດກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື​ຕື່ມ​ອີກ,ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ເຊື່ອ​ໝັ້ນ​ວ່າ ສາຍ​ພົວ​ພັນ​ຫວຽດ​ນາມ-ຈີນ​ຈະ​ສືບ​ຕໍ່​ຂະ​ຫຍາຍ​​ໄປ​ໜ້​າ​ຕາມ​ທິດ​ທາງ​ທີ່​ຕັ້ງ​ໜ້າ, ໝັ້ນ​ທ່ຽງ​ແລະ​ປອດ​ໃສ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ