ປະ​ທາ​ນາ​ທິ​ບໍ​ດີ​ຊິມ​ບາ​ເວ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຢູ່​ສະ​ຖານ​ທີ່ສາ​ທາ​ລະ​ນະເປັນ​ເທື່ອ​ທຳ​ອິດ​ພາຍ​ຫຼັງ​ສະ​ພາບ​ການ​ເມືອງ​ປັ່ນ​ປ່ວນ​ຂຶ້ນ
2017-11-18 15:38:54  cri 

ວັນ​ທີ17 ພະ​ຈິກ​ນີ້, ທ່ານ​ໂຣ​ເບີດ ກາບ​ຣິ​ເອວ ມູ​ກາ​ເບ ປະ​ທາ​ນາ​ທິ​ບໍ​ດີ​ຊິມ​ບາ​ເວ​ໄດ້​ເປັນປະ​ທານ​ຈັດ​ພິ​ທີ​​ຮຽນຈົບຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເປີດ​ປະ​ຕູ​ຊິມ​ບາ​ເວ​ຢູ່​ຮາ​ຣາ​ເຣ ນະ​ຄອນ​ຫຼວງ​​ປະ​ເທດ​ຕົນ. ນີ້​ແມ່ນ​ທ່ານ​ມູ​ກາ​ເບ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຢູ່​ສະ​ຖານ​ທີ່​​​ສາ​ທາ​ລະ​ນະ​ເປັນ​ເທື່ອ​ທຳ​ອິດ​ພາຍ​ຫຼັງ​ສະ​ພາບ​ການ​ເມືອງ​ປະ​ເທດ​ນີ້​ປັ່ນ​ປ່ວນຂຶ້ນ​ເປັນ​ຕົ້ນ​ມາ.

ອີງ​ຕາມ​ສື່​ມວນ​ຊົນ​ແຫ່ງ​ນັ້ນ​ລາຍ​ງານ​ວ່າ, ຕອນ​ບ່າຍ​ວັນ​ທີ 16 ພະ​ຈິກ​ນີ້, ທ່ານ​ມູ​ກາ​ເບ​ກັບ​ທ່ານ​ກົ​ງ​ສ໌​ຕັນ​ຕິນ ຈີ​ເວນ​ກາ ຜູບັນ​ຊາ​ການ​​ກອງ​ທັບປ້ອງ​ກັນ​ປະ​ເທດ​ແລະ​ທູດ​ພິ​ເສດ​ຂອງ​ທ່ານ​ຢາຄົບ ຈູ​ມາ ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟ​ຣິ​ກາ​ໃຕ້​​ໄດ້​ຈັດ​ການ​ເຈ​ລະ​ຈາ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ. ແຕ່​ບໍ​ໄດ້ລາຍ​ງານເຖິງ​ເນື້ອ​ໃນ​ການ​ເຈ​ລະ​ຈາ.

ຕອນ​ຮຸ່ງ​​ເຊົ້າວັນ​ທີ 15 ພະ​ຈິກ​ນີ້, ​ເຈົ້າ​ໜ້າ​ທີ່ທະ​ຫານ​ຊິມ​ບາ​ເວ​ໄດ້​ນຳ​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ, ຄວບ​ຄຸມ​ຂະ​ແໜງ​ການ​ສຳ​ຄັນ​ຂອງ​ລັດ​ຖະ​ບານ​ຢ່າງ​ຮອບ​ດ້ານແລະ​ອ​ອກ​ຖະ​ແ​ຫຼງ​ການ​ໂດຍ​ຜ່ານ​ໂທ​ລະ​ພາບ​ແຫ່ງ​ຊາດ, ປະ​ຕິ​ເສດ​ກໍ່​ລັດ​ຖະ​ປະ​ຫານ​ທາງ​ການ​ທະ​ຫານ, ​ຂະ​ນະ​ທີ່ກ່າວ​ວ່າ​ຈະ​ຮັບ​ປະ​ກັນ​ຄວ​າມ​ປອດ​ໄພ​ຂອງ​ທ່ານ​ມູ​ກາ​ເບ​ພ້ອມ​ດ້ວຍ​ຄອບ​ຄົວ. ໂຄ​ສົກ​ຂອງກ​ອງ​ທັບ​ກ່າວ​ວ່າ, ເປົ້າ​ໝາຍ​ຂອງ​ການ​ເຄື່ອນ​ໄຫວ​ແມ່ນ​ຈັບ​ຜູ້​ຕ້ອງ​ໂທດ​ພາຍ​ໃນ​ພັກ​ທີ່​​ກຳ​ອຳ​ນາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ