ທະ​ຫານ​ລັດ​ຖະ​ບານ​ອີ​ຣັກ​ຍຶດ​ຄືນ​​ຖານ​ທັບແຫ່ງ​ສຸດ​ທ້າຍ​ຂອງ IS
2017-11-18 15:52:21  cri 

ອີງ​ຕາມ​ໂທ​ລະ​ພາບ​ແຫ່ງ​ຊາດ​ອີ​ຣັກ​ລາຍ​ງານ​ວ່າ, ເມື່ອ​ໄດ້​ສູ້​ຣົບ​ກັນ​ຢ່າງ​ດຸ​ເດືອດ​ເປັນ​ເວ​ລາ​ຫຼາຍ​ຊົ່ວ​ໂມງ, ລັດ​ຖະ​ບານ​ອີ​ຣັກ​ໄດ້​ຍຶດຄືນ​ເມືອງ​ຣາ​ວາ ຖານ​ທັບແຫ່ງ​ສຸດ​ທ້າຍ​ຂອງ​ກຸ່ມ IS ຢູ່​ປະ​ເທດ​ຕົນ.

​​ກອງບັນ​ຊາ​ການ​ເຄື່ອນ​ໄຫວ​ຮ່ວມ​ອີ​ຣັກ​ກ່າວ​ວ່າ, ທະ​ຫານ​ລັດ​ຖະ​ບານ​ຍັງ​ຕ້ອງ​ການ​ເວ​ລາ​ມ້າງ​ສິ່ງ​ລະ​ເບີດ​ທີ່​ຕົກ​ຄ້າງ​ຈາກກອງ​ປະ​ກອບ​ອາ​ວຸດ IS. ນອກ​ນີ້, ທະ​ຫານ​ລັດ​ຖະ​ບານ​ສືບ​ຕໍ່ເຄື່ອນ​ໄປ​ໜ້າ, ເພື່ອ​ກຳ​ຈັດ​​ພວກ​ປະ​ກອບ​ອາ​ວຸດ​ທີ່​ໜີ​ໄປ​ເຂດ​ອ້ອມ​ເມືອງ​ຣາ​ວາ, ເພື່ອ​ຄວບ​ຄຸມ​ເຂດ​ຢູ່​ພາກ​ເໜືອ​ອີ​ຣັກ​ທີ່​ໃກ້​ຊາຍ​ແດນ​ກັບ​ຊີ​ຣີ.
​ການ​ທີ່ເສຍ​ເມືອງ​ຣາ​ວາ​ນັ້ນ​ເຮັດ​ໃຫ້​ກຸ່ມ IS ຖືກເສຍ​ຫາຍ​​ຢ່າງໜັກ, ​ຜູ້ປະ​ກອບ​ອາ​ວຸດ​ຂອງ​ພວກ​ເຂົ້າ​ເຈົ້າ​ຖືກ​ບັງ​ຄັບ​ໜີ​ໄປ​ເຂດ​ທະ​ເລ​ຊາຍ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ອີ​ຣັກ, ​ຈຶ່ງ​ມີການ​ຂົ່ມ​ຂູ່​ຄວາມ​ໝັ້ນ​ຄົງ​ຕໍ່​ອີ​ຣັກ​ໜ້ອຍລົງ​ຕື່ມ​ອີກ.

ປີ2014, ​ກຸ່ມ IS ໄດ້​ຄວບ​ຄຸມ​ຜືນ​ແຜ່ນ​ດິນ​ສ່ວນ​ຫຼາຍ​ຂອງ​ພາກ​ເໜືອແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ອີ​ຣັກ. ໂດຍ​ຜ່ານ​ການ​ສູ້​ລົບ 3 ປີກວ່າ, ທະ​ຫານ​ລັດ​ຖະ​ບານ​ອີ​ຣັກ​ໄດ້​ຍຶດ​ຄືນ​ຜືນ​ແຜ່ນ​ດິນ​ສ່ວນ​ຫຼາຍແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ