ອັດກອງ​ປະ​ຊຸມການ​ປ່​ຽນ​ແປງ​ດິນ​ຟ້າ​ອາ​ກາດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ
2017-11-19 15:33:10  cri 

ກອງ​ປະ​ຊຸມ​ພາ​ຄີ "ສົນ​ທິ​ສັນ​ຍາ​ຂອບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດສະ​ຫະ​ປະ​ຊາ​ຊາດ" ຄັ້ງ​ທີ 23 ຫຼື COP23 ໄດ້​ອັດ​ລົງ​ຢູ່​​ເມືອງບອນ ປະ​ເທດ​ເຢັຍ​ລະ​ມັນ​ໃນ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 18 ພະ​ຈິກ​ນີ້. ຫຼັງ​ກອງ​ປະ​ຊຸມສິ້ນ​ສຸດ​ລົງ, ທ່ານ​ເຊ້​ເຈີ້ນ​ຮວາ ຜູ້​ຕາງ​ໜ້າ​ພິ​ເສດ​ວຽກ​ງານ​ການ​ປ່​ຽນ​ແປງ​ດິນ​ຟ້າ​ອາ​ກາດຂອງ​ຈີນ​ກ່າວ​ວ່າ, ຈີນ​​ຊົມ​ເຊີຍ ແລະ ສະ​ໜັບ​ສະ​ໜູນຜົນ​ງານ​ທາງບວກ​ຕ່າງໆ​ທີ່​ຊື່​ວ່າ "ກຳ​ລັງ​ຊຸກ​ດັນ​ການ​ປະ​ຕິ​ບັດງານ​ຟີ​ຈີ"​ທີ່​ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ແລະ​ການ​ສ້າງ​ເປັນ​ເອ​ກະ​ສານ​ເຈ​ລະ​ຈາ​ທີ່ດຸນ​​ດ່ຽງ​ກັນ​ກ່ຽວ​ກັບ​ບັນ​ຫາ​​ດ້ານ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ "ສັນ​ຍາ​​ປາ​ຣີ", ໄດ້​ກຳ​ນົດ​ຮູບ​ການ​ຈັດ​ຕັ້ງ​ການ​ສົນ​ທ​ະ​ນາ​ເພື່ອ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ງານ​ໃນ​ປີ 2018, ໂດຍ​ສະ​ເພາະ​ໄດ້​​ຮັບ​ຮອງ​ແຜນ​ການ​ຕ່າງໆ​ທີ່​ເລັ່ງ​ລັດ​ການ​ປະ​ຕິ​ບັດ​ກ່ອນ​ປີ 2020.

ທ່ານ​​ເຊ້​ເຈີ້ນ​ຮ​ວາ​ຍົກ​ໃຫ້​ເຫັນວ່າ, ​ຜົນ​ໄດ້​ຮັບ​ໃນ COP23 ​ໄດ້ສະ​ແດງ​ໃຫ້​ເຫັນ ແລະ ​ປັບ​ປຸງກຳ​ລັງ​ການ​ເມືອງແຫ່ງ​ການ​ຮ່ວມ​ມື​ສາ​ກົນເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​​ແບບສີ​ຂຽວ​ແລະກາກບອນຕ່ຳ​ທົ່ວ​ໂລກ. ເຖິງວ່າ​ຍັງ​ມີ​ບາງ​​ຈຸດ​ຍັງ​ບໍ່​​ເຜິ່ງ​ປະ​ຖາ​ໜາ​ກໍ່​ຕາມ, ແຕ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ບັນ​ຫາ​ທີ່​ຝ່າຍ​ຕ່າງໆ​ສົນ​ໃຈ​ຢ່າງ​ດຸນ​​ດ່ຽງ, ​ຂະ​ນະ​ທີ່ຈີນ​​ກໍ່ຂອບ​ໃຈ​ຫຼາຍ​ທີ່​ບັນ​ດາ​ປະ​ເທດ​ສະ​ແດງ​ອອກ​​ຢ່າງ​ຄ່ອງ​ແຄ້ວ ແລະ ສ້າງ​ສັນ, ​ເຊິ່ງ​ໄດ້​ຮັກ​ສາ​​ຄວາມ​ມີ​ປະ​ສິດ​ທິ​ຜົນ ແລະ ໃຫ້​ຝ່າຍ​ຕ່າ​ງໆ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ຂະ​ບວນ​ການ​ຫຼາຍ​ຝ່າຍ, ສ້າງ​ພື້ນ​ຖານ​ທີ່​ດີ​ເພື່ອດຳ​ເນີນການ​ເຈ​ລະ​ຈາ "ສັນ​ຍາ​ບາ​ຣີ" ​ໃຫ້​ສຳ​ເລັດ​ຕາມ​ແຜນ​ການ, ເພີ່ມທະ​ວີ​ການ​​ເຄື່ອນ​ໄຫວ ແລະ ການ​ສະ​ໜັບ​ສະ​ໜູນ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​​ຢ່າງ​ຕໍ່​ເນື່ອງ.

ທ່ານ​ເຊ້​ເຈີ້ນ​ຮ​ວາ​ກ່າວ​ເນັ້ນ​ວ່າ, ໜ້າ​ທີ່​ປີ 2018ຍັງ​ລຳ​ບາກ​ຫຼາຍ. ຂະ​ນະ​ທີ່ຄະ​ນະ​ຜູ້​ແທນ​ຈີນ​ກໍ່​ໄດ້​ກຽມ​ພ້ອມ​ແລ້ວ. ບໍ່​ພຽງ​ແຕ່​ຈະ​ຕ້ອງ​ເຮັດ​ວຽກ​ງານ​​ພາຍ​ໃນ​ປະ​ເທດ​​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດໃຫ້​ດີ​ເທົ່າ​ນັ້ນ, ​ຍັງ​ຈະ​ຖື​​ຈິດໃຈ​ທີ່ ​​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​​ທາງສະ​ຕິ​ປັນ​ຍາ​ຂອງ​ຈີນ ແລະພະ​ຍາ​ຍາມ​ເພື່ອ​ໃຫ້​ກອງ​ປະ​ຊຸມ​ປີ​ໜ້າ​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ