ສ້າງ​ຕັ້ງວິ​ທະ​ຍາ​ໄລ​ສິ​ລະ​ປະ​ກອນ​ຈີນ-ອາ​ຊຽນ​ສ້າງ​ຕັ້​ງ​ຂຶ້ນ​ຢູ່​ເມືອງ​ເສິງ​ຕູ່ ສ​ປ ຈີນ
2017-11-20 16:00:58  cri 
ວິ​ທະ​ຍາ​ໄລ​ສິ​ລະ​ປະ​ກອນ​ຈີນ-ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 19 ພະ​ຈິກ​ນີ້​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ເສິງ​ຕູ່ ສ​ປ ຈີນ.

ວິ​ທະ​ຍາ​ໄລ​ສິ​ລະ​ປະ​ກອນ​ຈີນ-ອາ​ຊຽນ​ເປັນ​ໂຄງ​ການ​ກໍ່​ສ້າງວັດ​ທະ​ນະ​ທຳ​ການ​ສຶກ​ສາ​ຂອງ​ເມືອງ​ເສິງ​ຕູ່​ແລະເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງວິ​ທະ​ຍາ​ໄລ​ດັ່ງ​ກ່າວ, ອົງ​ການ​ປົກ​ຄອງ​ເມືອງ​ເສິງ​ຕູ່​​ແຂວ​ງ​ເສ​ສວນໄດ້​ເຊັນ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​ກັບ​ສູນ​ຈີນ-ອາ​ຊຽນ ຂະ​ນະ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ສິ​ລະ​ປະ​ກອນ​ຂອງອາ​ຊຽນ​ເປັນ​ຕົ້ນ ມະ​ຫາ​ວິ​ທະ​ຍາ​ໄລ​ສິ​ລະ​ປະ​ກອນ​ໄທ,ມະ​ຫາ​ວິ​ທະ​ຍາ​ໄລ​ຕຸນ​ຄູ ອັບ​ດູນ ຣາ​ມານ​ມາ​ເລ​ເຊຍ​ແລະ​ອື່ນໆ​ກໍ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ກັບ​ວິ​ທະ​ຍາ​ໄລ​ສິ​ລະ​ປະ​ກອນ​ຈີນ-ອາ​ຊຽນ​ເຊັ່ນ​ດຽວ​ກັນ.

ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເສິງ​ຕູ່​ໃຫ້​ຮູ້​ວ່າ: ວິ​ທະ​ຍາ​ໄລ​ສິ​ລະ​ປະ​ກອນ​ຈີນ-ອາ​ຊຽນ​ຈະ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັບ​​ອາ​ຊຽນ​ແລະ​ປະ​ເທດ​ອື່ນໆ​ທີ່​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ເປັນ​ຕົ້ນ​ການ​ແລກ​ປ່ຽນ​ຮ່ຳ​ຮຽນ​ລະ​ຫວ່າງ​ນັກ​ສຶກ​ສາ, ການ​ແລກ​ປ່ຽນ​ຢ້ຽມ​ຢາມ​ທາງວິ​ຊາ​ການ​ຂອງ​ຄູ​ອາ​ຈານ, ການ​ຮ່ວມ​ມື​ໃນ​ໂຄງ​ການ​ຕ່າງໆ​ລະ​ຫວ່າງ​ມະ​ຫາ​ວິ​ທະ​ຍາ​ໄລ ​ກໍ​ຄື​ການ​ສະ​ແດງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ເພື່ອ​ການ​ແລກ​ປ່ຽນ ທັງ​ສ້າງ​ຕັ້ງ​ສູນ​ຄົ້ນ​ຄວ້າ​ສິ​ລະ​ປະ​ທີ່​ບໍ່​ແມ່ນ​ວັດ​ຖຸ, ສູນ​ຄົ້ນ​ຄວ້າ​ສິ​ລະ​ປະ​ອາ​ຊຽນ​ແລະ​ສະ​ຖາ​ບັນ​ແລກ​ປ່ຽນ​ວິ​ຊາ​ການ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ