ວັນທີ 19 ພະຈິກນີ້, ໃນການສຳຫຼວດວິທະຍາສາດຂົ້ວໂລກໃຕ້ຄັ້ງທີ 34 ຂອງຈີນ, ສະມາຊິກໜ່ວຍດັ່ງກ່າວເລີ່ມເກັບຕົວຢ່າງເສດພລາສະຕິກເທິງທະເລ ຢູ່ເຂດມະຫາສະໝຸດປາຊີຟິກຕາເວັນຕົກ ເຊິ່ງເປັນການສຳຫຼວດເທື່ອທຳອິດຢູ່ຕາມເສັ້ນທາງເດີນເຮືອຂອງໜ່ວຍສຳຫຼວດວິທະຍາສາດດັ່ງກ່າວຫຼັງອອກເດີນທາງປະຕິບັດໜ້າທີ່.
ທ່ານຈ່າງໂສວເຟິ່ງ ຜູ້ຊ່ວຍນັກຄົ້ນຄວ້າສູນຕິດຕາມວັດແທກສິ່ງແວດລ້ອມທາງທະເລແຫ່ງຊາດຈີນ, ສະມາຊິກໜ່ວຍສຳຫຼວດວິທະຍາສາດ ໄດ້ເວົ້າຕໍ່ນັກຂ່າວວ່າ: ເສດພລາສະຕິກເທິງທະເລ ໝາຍເຖິງເສດພລາສະຕິກເທິງທະເລທີ່ມີຂະໜາດນ້ອຍກວ່າ 5 ມີລີແມັດ.
ຂະນະທີ່ທ່ານໂຫຼກວ່າງຟູ້ ຫົວໜ້າໜ່ວຍມະຫາສະໝຸດ ໜ່ວຍສຳຫຼວດວິທະຍາສາດ ກ່າວວ່າ: ກຳປັ່ນສຳຫຼວດວິທະຍາສາດ "ເສໂຫຼງ" ນຳໃຊ້ເວລາທີ່ເດີນເຮືອຢູ່ນັ້ນຢ່າງເຕັມສ່ວນ ເພື່ອສຳຫຼວດເສດພລາສະຕິກເທິງທະເລຕາມເສັ້ນທາງເດີນເຮືອ ເພື່ອຈະໄດ້ຂໍ້ມູນສິ່ງມົນລະພິດ ເຊິ່ງຈະມີບົດບາດຕໍ່ການເພີ່ມທະວີຄວາມສາມາດການສຶກສາຄົ້ນຄວ້າເສດພລາສະຕິກເທິງທະເລຂອງຈີນ ແລະ ຍົກສູງບົດບາດຂອງຈີນໃນການປະກອບຄຳເຫັນຕໍ່ການແກ້ໄຂບັນຫາຂີ້ເຫຍື້ອເທິງທະເລ.