ທ່ານ​ສີ​ຈິ້ນ​ຜິງ: ປະ​ຊາ​ຊົນ​ຈີນ​ຈະ​ເປີດຂະ​ບວນ​ການ​ພັດ​ທະ​ນາ​​ອັນໃໝ່
2017-11-21 16:02:37  cri 
 ​ວັນ​ທີ 10 ພະ​ຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ຜູ້ນຳ​ອຸດສາຫະກຳ​ການ​ຄ້າ​ຂອງ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼືAPEC​ຢູ່​ເມືອງ​ດາ​ນັງ​ ສ​ສ ຫວຽດ​ນາມແລະ​ໄດ້​ກ່າວ​ປາ​ໄສ, ໂດຍມີ​ຫົວ​ເລື່ອງວ່າ "ກຳ​ໂອ​ກາດ​ປ່ຽນ​ແປງ​ຂອງ​ເສດ​ຖະ​ກິດ​ໂລກ, ສະ​ແຫວງ​ຫ​າ​ການ​ພັດ​ທະ​ນາ​ທີ່ໃຫຍ່ກວ່າ​ເກົ່າ​ຂອງ​ອາ​ຊີ​ປາ​ຊີ​ຟິກ."

ນີ້​ແມ່ນ​ຜູ້​ນຳ​ສູງ​ສຸດ​ຈີນ​ຂຶ້ນ​ເວ​ທີ​ສາ​ກົນ​ແລະ​ບັນ​ລະ​ຍາຍນະ​ໂຍ​ບາຍ​ແລະ​ແຜນ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ສະ​ໄໝ​ໃໝ່ຄັ້ງ​ທຳ​ອິດ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ. ໃນ​ໂອ​ກາດ​ກ່າວ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ປະ​ຊາ​ຊົນ​ຈີນ​ຈະ​ເປີດຂະ​ບວນ​ການ​ພັດ​ທະ​ນາ​​ອັນໃໝ່.

ນອກ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີຂໍ້​ລິ​ເລີ່ມ 4 ຂໍ້​ກ່ຽວ​ກັບ​ພັດ​ທະ​ນາກາ​ນ​ຮ່ວມ​ມື​ອາ​ຊີ​ປາ​ຊີ​ຟິກ​ຄື:

ໜຶ່ງ, ​ຄວນສືບ​ຕໍ່​ຍຶດ​ໝັ້​ນ​ສ້າງ​ເສດ​ຖະ​ກິດ​ແບບ​ເປີດ​ປະ​ຕູ, ພະ​ຍາ​ຍາມ​ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.
ສອງ, ສືບ​ຕໍ່​ສະ​ແຫວງ​ຫາ​ການ​ເຕີບ​ໂຕ​ແບບ​ປະ​ດິດ​ສ້າງ​ໃໝ່, ຂຸດ​ຄົ້ນ​ພ​ະ​ລັງ​ໃໝ່​ໃນ​ການ​ພັດ​ທະ​ນາ.
ສາມ, ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ກັນ, ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ.
ສີ່, ສືບ​ຕໍ່​ເພີ່ມ​ຄວາມກວມ​ລວມ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ເຮັດ​ໃຫ້​ປະ​ຊາ​ຊົນ​ສາ​ມາດ​ແບ່ງ​ປັນ​ໝາກ​ຜົນ​ການ​ພັດ​ທະ​ນາ​ຮ່ວມ​ກັນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ສັນ​ຕິ​ພາບ ຄວາມ​ໝັ້ນ​ຄົງ​ແລະ​ວັດ​ຖະ​ນາ​ຖາ​ວອນ​ຂອງ​ອາ​ຊີ​ປາ​ຊີ​ຟິກ​ແມ່ນ​ຂຶ້ນ​ກັບ​ປະ​ຊາ​ຊົນ​ທົ່ວ​ອາ​ຊີ​ປາ​ຊີ​ຟິກ, ອະ​ນາ​ຄົດ​ຂອງ​ອາ​ຊີ​ປາ​ຊີ​ຟິກ​ຕ້ອງ​ອີງ​ອາ​ໃສ​ນຳ​ການ​ຮ່ວມ​ກັນ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົນ​ອາ​ຊີ​ປາ​ຊີ​ຟິກ. ການ​ພົວ​ພັນ​ໝູ່​ຄູ່​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ໂອບ​ເອື້ອຍ​ອາ​ລີ, ຮ່ວມ​ມື​ກັນ ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ແມ່ນ ສາຍ​ພົວ​ພັນ​ທາງ​ຈິດ​ໃຈ​ຂອງ​ມະ​ຫາ​ຄອບ​ຄົວ​ອາ​ຊີ​ປາ​ຊີ​ຟິກ, ເປັນ​ການ​ຮັບ​ປະ​ກັນ​ທີ່​ສຳ​ຄັນ​ເພື່ອ​ໃຫ້​ການ​ຮ່ວມ​ມື​ອາ​ຊີ​ປາ​ຊີ​ຟິກ​ເຂົ້າ​ສູ່​ໂຄ​ຈອນ​ທີ່​ຖືກ​ຕ້ອງ. ໃຫ້​ພວກ​ເຮົາ​ຈົ່ງ​ຊຸກ​ຍູ້​ການ​ຮ່ວມ​ມື​ກ້າວ​ໄປ​ໜ້າ​ຢ່າ​ແທ້​ຈິງ, ໃຊ້​ການ​ກະ​ທຳ​ຕົວ​ຈິງ, ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ສວຍ​ງາມກວ່າ​ເກົ່າ​ຂອງ​ອາ​ຊີ​ປາ​ຊີ​ຟິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ