ເພື່ອຊຸກຍູ້ສົ່ງເສີມຂະແໜງການທ່ອງທ່ຽວ, ສົ່ງເສີມນັກທ່ອງທ່ຽວຈີນທີ່ໄປທ່ຽວປະເທດໄທເປັນຢ່າງດີ, ກົມທ່ອງທ່ຽວແຫ່ງຊາດໄທແລະກຸ່ມບໍລິສັດທ່ອງທ່ຽວຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃນກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ.
ກົມທ່ອງທ່ຽວແຫ່ງຊາດໄທເປີດເຜີຍວ່າ, ເນື່ອງຈາກລັດຖະບານປະເທດຕົນໄດ້ກຳນົດເອົາປີ 2018 ເປັນ "ປີທ່ອງທ່ຽວອັດສະຈັນໄທແລນ", ຈຶ່ງຈະສຸມໃສ່ຈະໂຄສະນາຜະລິດຕະພັນແລະການບໍລິການດ້ານການທ່ອງທ່ຽວດ້ວຍວິທີໃໝ່, ເພື່ອຕ້ອນຮັບນັກທ່ອງທ່ຽວມາທ່ຽວປະເທດຕົນ. ແລະການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ຈະຊຸກຍູ້ນັກທ່ອງທ່ຽວຈີນທີ່ຄຸນນະພາບດີມາທ່ຽວປະເທດໄທຕື່ມອີກ.
ທ່ານຊວຍສ້ຽວກ່າງ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດທ່ອງທ່ຽວຈີນກ່າວວ່າ, ບໍລິສັດຕົນຈະຮ່ວມມືກັບກົມທ່ອງທ່ຽວແຫ່ງຊາດໄທຢ່າງໃກ້ຊິດ, ຕັ້ງໜ້າຄົ້ນຄວ້າພັດທະນາຜະລິດຕະພັນແລະຮູບແບບໃໝ່ທີ່ມີຄຸນນະພາບສູງ, ເຮັດໃຫ້ການທ່ອງທ່ຽວກຸ້ມຄ່າ, ແລະເຮັດໃຫ້ນັກທ່ອງທ່ຽວໄດ້ຮັບຄວາມມ່ວນຊື່ນຢ່າງແທ້ຈິງຈາກການທ່ອງທ່ຽວ.