ຈີນ​ສະ​ເໜີ​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ
2017-11-20 16:43:49  cri 
ໃນ​ໂອ​ກາດ​ຮ່ວມ​ກັບ​ທ່ານ​ນາງ​ໂອ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່​ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມຽນ​ມາຖະ​ແຫຼງ​ຂ່າວ​ຢູ່​ນະ​ຄອນ​ຫຼວງ​ເນ​ບີ​ດໍ ປະ​ເທດ​ມຽນ​ມາ, ທ່ານ​ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ສະ​​ເໜີ​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ, ເພື່ອ​ສ້າງ​ສະ​​ພາບ​ການ​ຮ່ວມ​ມື​ໃຫຍ່.

ທ່ານ​ວາງ​ຢີ້ ​ກ່າວ​ວ່າ, ຈີນ​ຖື​ມຽນ​ມາ​ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຮ່ວມ​ກັນ, ສອງ​ປະ​ເທດ​ມີ​ທ່າ​ແຮງ​ຊ່ວຍ​ຊູ​ກັນ​ຢ່າງ​ຈະ​ແຈ້ງ​ແລະ​ມີ​ກຳ​ລັງ​ບົ່ມ​ຊ້ອນ​​ໃນການ​ຮ່ວມ​ມື​ຢ່າງ​ໃຫຍ່​ຫຼວງ. ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ​ສາ​ມາດ​ສ້າງ​ພາບ​ແຫ່ງ​ອະ​ນາ​ຄົດ​ໃໝໃຫ້​ແກ່​ສອງ​ປະ​ເທດ​ຮ່ວມ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຫວັງ​ໃຫ້​ຜູ້​ຊ່ຽວ​ຊານ​ແລະ​ພາ​ກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ຢ່າງ​ມີ​ວິ​ທະ​ຍາ​ສາດ​ແລະ​ລະ​ອຽດ​ໃນ​ດ້ານ​ນີ້, ໂດຍ​ສະ​ເພາະ​ຄວນ​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ຕ້ອງ​ການ​ລະ​ອຽດ​ໃນ​ການ​ພັດ​ທະ​ນາ​ຂອງ​ມຽນ​ມາ, ພະ​ຍາ​ຍາມ​ສ້າງ​ແຜນ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງແລະ​ເປັນ​ໄປ​ໄດ້. ເລີ່ມ​ຕົ້ນ​ຈາກ​ຂົງ​ເຂດ​ທີ່​ມີ​ຄວາມ​ຕ້ອງ​ການ​ດ່ວນ​ທີ່​ສຸດ​ຂອງ​ມຽນ​ມາ, ແລະ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ທີ່​ມີ​ຄວາມ​ຕ້ອງ​ການ​ຫຼາຍ​ທີ່​ສຸດ​ຂອງ​ປະ​ຊາ​ຊົນ​ມຽນ​ມາ, ສ້າງ​ສະພາບ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເທື່ອ​ລະ​ກ້າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ