ຈີນ​ສະ​ເໜີ​ແກ້​ໄຂ​ບັນຫາຍະ​ໄຂ່ 3 ​ໄລຍະ
2017-11-20 16:22:14  cri 
ວັນ​ທີ 19 ພະ​ຈິກ​ນີ້, ທ່ານ​ວາງຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​​ເທດ​ຈີນ​ໄດ້​ສະ​ແດງຄວາມ​ເຫັນ​ຂອງ​ຈີນ​ຕໍ່​ສະຖານະ​ການ​ຢູ່​ວັດ​ຍະ​​ໄຂ່​ປະ​ເທດມຽນມາ ​ແລະ​ສະ​ເໜີວິທີ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ດ້ວຍ 3 ​ໄລຍະ.

​ໄລຍະ​ທີ​ໜຶ່ງຄື​ຢຸດຍິງ​ທັນທີ, ​ຟື້ນ​ຟູ​ສະຖຽນ​ລະ​ພາບ ​ແລະ​ສ້າງ​ຄວາມ​ສະຫງົບ​ໃຫ້​​ແກ່ປະຊາຊົນ​. ​ໄລຍະ​ທີ​ສອງ​, ​ບັນດາຝ່າ​ຍ ​ແລະປະຊາ​ຄົມ​ໂລກສະໜັບສະໜູນ​ມຽນມາ-ບັງ​ກະລາ​​ເດັດ​ໃຫ້ຮັກສາ ​ແລະ​ເພີ່ມ​ທະວີ​ການ​​​ເຈ​ລະ​ຈາ​ແບບ​ໄມຕີ​ຈິດ​ມິດຕະພາບ ​ແລະ​ສະ​ເໝີ​ພາບ ​ເພື່ອ​ຊອກ​ຊ່ອງທາງ​ແກ້​​ໄຂ​ບັນຫາ​ດັ່ງກ່າວ​ໂດຍ​​ໄວ ​ແລະໄລຍະ​ທີ​ສາມ​ກ້າ​ຜະ​ເຊີນ​ບັນຫາ​ທີ່​ເປັນກົກ​ເຫງົ້າ ​ແລະ​ປຶກສາ​ຫາ​ລື​ວິ​ທີ​ແກ້​ໄຂ​ບັນຫານີ້.

ທ່ານກ່າວຕື່ມ​ວ່າ: ຈີນມີ​ຈຸດ​ຢືນ​ມາ​​ໂດຍ​ຕະຫຼອດທີ່​ສະ​ເໜີ​ແກ້​ໄຂ​ບັນຫາລັດ​ຍະ​ໄຂ່​ໂດຍ​ການ​ເຈລະຈາ​ລະຫວ່າງ​ມຽນມາ-ບັງ​ກະລາ​​ເດັດ ​ແລະ​ສອງ​ປະ​ເທດ​ດັ່ງກ່າວ​ກໍ​​ເຫັນ​ດີ​ຕໍ່​ວິທີ​ແກ້​ໄຂ 3 ​ໄລຍະຂອງ​ຈີນ. ຂະນະດຽວ​ກັນ​ກໍ​ຫວັງ​​ເຊື່ອ​ໝັ້ນວ່າ​ປະ​ເທດ​ຕ່າງໆ​ຈະ​ເຂົ້າ​ໃຈ ​ແລະ​ສະໜັບສະໜູນ​ການ​ແກ້​ໄຂ​ບັນຫາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ