ກຳ​ປັ່ນ​ໂຮງໝໍສັນຕິພາບ​ຂອງ​ກອງທັບ​ເຮືອ​ຈີນ​​ຢ້ຽມຢາມ​ຕັງ​ຊາ​ນີ
2017-11-20 16:33:51  cri 

ຕາມ​ຂ່າວCRI: ວັນ​ທີ 19 ພະຈິກ​ນີ້, ກຳ​ປັ່ນ​ໂຮງໝໍ​ສັນຕິພາບຂອງ​ກອງ​ທັບ​ເຮືອຈີນ​ທີ່​ປະຕິບັດ​ໜ້າ​ທີ່ "ຄວາມ​ປອງ​ດອງ 2017" ​ໄດ້​ທຽບ​ທ່າ​ເຮືອ​ດາ​ເອສສະ​ແບມ​ ແລ້ວ​ເຊິ່ງ​ເປັນການ​ຢ້ຽມ​ຢາມ​​ສັນຖະວະ​ໄມຕີ​ຕັງ​ຊາ​ນີ​ເປັນ​​ເວ​ລາ 8 ມື້ ​ແລະ​ໃນ​ໄລຍະ​ດັ່ງກ່າວ​ຈະ​ໄດ້ບໍລິການ​ປິ່ນປົວ​​ເພື່ອມະນຸດສະທຳ. ນີ້ເປັນ​ການ​ຢ້ຽມຢາມອີກ​ເທື່ອໜຶ່ງ​​ໃນຮອບ 7 ປີຜ່ານມາ.

ນອກຈາກ​ນີ້, ​ຍັງ​ຈະ​ຈັດ​ງານ​ລ້ຽງ​ຕ້ອນ​ຮັບຢູ່​​​ດາດ​ຟ້າກຳ​ປັ່ນ. ຂະນະ​ທີ່​ນາຍ ​ແລະ​ພົນທະຫານ​ຈີນ​​ຈະ​​ເຂົ້າຮ່ວມ​ແຂ່ງຂັນ​ເຕະບານມິດຕະພາບ ແລະ​ກິດຈະກຳ​ອື່ນໆ​ຢູ່ຖານ​ທັບເຮືອ​ຕັງ​ຊາ​ນີ ​ເພື່ອ​ສົ່ງ​ເສີມ​ໄມ​ຕີ​ຈິດ​ມິດຕະພາບ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ