ຈີນ​ເດັດດ່ຽວ​ຄັດຄ້ານ​ຜູ້ນຳ​ອິນ​ເດຍ​ເຄື່ອນ​ໄຫວ​ຢູ່​ເຂດ​ຊາຍ​ແດນ​ທີ່​​ຂັດ​ແຍ້​ງ​ກັນ
2017-11-21 10:49:25  cri 

​ຈາກກໍລະນີ​ທີ່​ທ່ານຣຳ ນັດ ​ໂຄ​ວິນ​ດ໌ ປະທານາທິບໍດີ​ອິນ​ເດຍ​ເຄື່ອຍ​ໄຫວ​ຢູ່​ເຂດທີ່​ເອີ້ນ​ວ່າ "ລັດ​ອຣູນາ​ຊານ" ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 20 ພະຈິກ​ນີ້​ວ່າ: ຈີນ​ເດັດດ່ຽວ​ຄັດຄ້ານ​ຜູ້ນຳ​ອິນ​ເດຍ​ເຄື່ອນ​ໄຫວ​ຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດທີ່​ສອງ​ຝ່າຍມີ​ຄວາມ​ຂັດ​ແຍ້​ງ​ກັນ. ​ແນວ​ໃດ​ກໍ​ດີ, ຈີນ​ມີຫຼັກໝັ້ນຢ່າງສະ​ເໝີ​ຕົ້ນສະ​ເໝີ​ປາຍ​ແລະ​ຈະ​ແຈ້ງ​ໃນ​ບັນຫາ​ຊາຍ​ແດນ​ສອງ​ປະ​ເທດ ​ໂດຍ​ລັດຖະບານ​ຈີນ​ບໍ່​ຮັບຮອງ​ເອົາສິ່ງ​ທີ່​ເອີ້ນ​ວ່າ "ລັດ​ອຣູນາ​ຊານ" ​ແລະ ກ່ອນ​ບັນຫາ​ຊາຍ​ແດນ​ໄດ້​ຮັບ​ການ​ແກ້​ໄຂ, ສອງ​ຝ່າຍຄວນ​ຮ່ວມ​ຮັກສາ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ຢູ່​ເຂດ​ຊາຍ​ແດນ.

ຫວັງ​ວ່າ​ອິນ​ເດຍຈະ​ບໍ່ໃຊ້ການ​ກະທຳ​ໃດໆ​ ທີ່​ເຮັດ​ໃຫ້​ບັນຫາ​ຊາຍ​ແດນ​ສັບສົນ​ຂຶ້ນ ​ແລະ ຫັນ​ມາສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ເຈລະຈາ​ຊາຍ​ແດນ ​ແລະ ​​ເຮັດໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ປອດ​ໃສ​ແລະ​ໝັ້ນທ່ຽງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ