ທ່ານ​ວາງ​ຢີ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊີ-ເອີ​ລົບ​​ຄັ້ງ​ທີ 13
2017-11-21 14:50:47  cri 

ຕາມ​ຂ່າວ CRI: ທ່ານ​ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊີ-ເອີ​ລົບ​ຄັ້ງ​ທີ 13 ​ຢູ່​ນະ​ຄອ​ນ​ຫຼວງເນ​ບີ​ດໍ ປະ​ເທດ​ມຽນ​ມາໃນ​ວັນ​ທີ 20 ພະ​ຈິກ​ນີ້, ແລະໄດ້​​ປາ​ໄສ​ໂດຍ​ເນັ້ນ​ຫົວ​ຂໍ້ "ຮ່ວມ​ກັນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ແບບ​ໃໝ່ອາ​ຊີ-ເອີ​ລົບ​ໃນ​ຍຸກ​ໃໝ່".

ທ່ານ​ວາງ​ຢີ້ ​ກ່າວ​ວ່າ, ພາຍ​ຫຼັງ​ກ້າວ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ໃໝ່, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ໂລກ​ໄດ້ໃກ້​ຊິດກວ່າ​ເກົ່າ, ແລະຮ່ວມ​ຊາ​ຕາ​ກຳ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ. ພວກ​​ຂ້າ​ພະ​ເຈົ້າຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ບັນ​ດາ​ຝ່າຍ​ໃນ​ອາ​ຊີ​ແລະ​ເອີ​ລົບ​ຢ່າງ​ໃກ້​ຊິດ, ​ເພື່ອຮ່ວມ​ກັນ​ສ້າງ​ອະ​ນາດ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ.


ທ່ານ​ວາງ​ຢີ້​ໄດ້​ສະ​ເໜີ​ສະ​ເໜີ 3 ຂໍ້​ກ່ຽວ​ກັບ​ການ​ຮ່ວມ​ມື​ອາ​ຊີ-ເອີ​ລົບ:ໜຶ່ງ, ຄວນ​ຮ່ວມ​ກັນ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ສອງ, ຮ່ວມ​ກັນ​ຂຸດ​ຄົ້ນ​ພະ​ລັງ​ໃໝ່​​ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ. ​ແລະສາມ, ຮ່ວມ​ກັນ​ຄົ້ນ​ຄວ້າ​ຮູບ​ການ​ປັ​ບ​ປຸງ​ແບບ​ຍືນ​ຍົງ.

ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ວາງ​ຢີ້​ຍັງ​ໄດ້​ເຈ​ລະ​ຈາ​ສອງ​ຝ່າຍ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫຼາຍ​ທ່ານ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ