ທ່ານ​ວາງ​ຢີ້​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ
2017-11-21 15:59:55  cri 
ທ່ານ​ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ວິ​ວຽນ ບາ​ລັກ​ຣິ​ສ​ນັນ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ​ຢູ່​ນະ​ຄອນ​ຫຼວງເນ​ບີ​ດໍ ປະ​ເທດ​ມຽນ​ມາ ໃນ​ໂອ​ກາດ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊີ-ເອີ​ລົບ.

ທ່ານ​ວາງ​ຢີ້ ກ່າວ​ວ່າ, ​ຈາກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ​-ສິງ​ກະ​ໂປ, ​ປີ​ນີ້ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ, ປະ​ເທ​ດ​ຕົນ​ຍິນ​ດີ​ຮ່ວ​ມ​ກັບ​ສິງ​ກະ​ໂປ​ເລັ່ງ​ລັດ​ຊຸກ​ຍູ້​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຍົກ​ລະ​ດັບ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ໃຫ້​ສູງ​ຂຶ້ນ. ໃນ​ຖາ​ນ​ເປັນ​ປະ​ເທດ​ປະ​ສານ​ງານ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ, ສິງ​ກະ​ໂປ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​-ອາ​ຊຽນ, ແກ້​ໄຂ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ຢ່າງ​ເໝາະ​ສົມ​ແລະ​ຊຸກ​ຍູ້​ໃຫ້​ກອງ​ປະ​ຊຸມ​​ສຸດຍອດ​ການຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກປະ​ສົບ​ຜົນ​ສຳ​ເລັດ, ​ເຊິ່ງຈີນ​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຢ່າງ​ຈິງ​ໃຈ.

ທ່ານ​ວິ​ວຽນ ກ່າວ​ວ່າ, ປະ​ເທດ​ຕົນ​ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ການ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ໃນ​ປີ​ໜ້າ, ຊຸກ​ຍູ້​​ການ​ຮ່ວມ​ມື​ຕ່າງໆ, ລ​ວມ​ທັງຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ຂະ​ຫຍາຍ​ຕົວ. ປະ​ເທດ​ຕົນ​ເຫັນ​ວ່າ, ການ​ທີ່​ປຶກ​ສາ​ຫາ​ລື "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ກໍ​ຄື​ຂະ​ບວນ​ການ​​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ບັນ​ດາ​ປະ​ເທດ​ໃນອາ​ຊຽນ​ຍິນ​ດີ​​ສຸມ​ທຸກຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ຈີນ, ປັບ​ປຸງ​​ທ່າ​ອ່ຽງ​ທີ່​ດີ​ຂອງ​ສະ​​ຖາ​ນະ​​ການ​ຢູ່ທະ​ເລ​ຈີນ​ໃຕ້ໃນ​ປັດ​ຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ