ພິທີວາງສີລາລຶກກໍ່ສ້າງສາຍສົ່ງໄຟຟ້າ 115/22 ກິໂລໂວນ.
2017-11-21 16:30:55  cri 

ວັນທີ 21 ພະຈິກນີ້, ທີ່ສະຖານີໄຟຟ້ານາໄຫ ນະຄອນຫຼວງວຽງຈັນ, ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງສາຍສົ່ງ ແລະ ສະຖານີໄຟຟ້າ 115/22 ກິໂລໂວນ ນາໄຫ-ດົງໂພສີ, ໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ Wang Wentien ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ສປ ຈີນ ປະຈຳລາວ, ທ່ານ ໂຈງຢຽນໜິງ ຜູ້ອຳນວຍການໃຫຍ່ບໍລິສັດ TBEA, ລວມ​ທັງທູດເສດຖະກິດ ແລະ ການຄ້າ ສປ ຈີນ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດວງສີ ພາຣາຍົກ ຮອງຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້າລາວ ກ່າວວ່າ: ໂຄງການກໍ່ສ້າງສາຍສົ່ງ ແລະ ສະຖານີໄຟຟ້າ 115/22 ກິໂລໂວນ ນາໄຫ-ດົງໂພສີ ແມ່ນແຜນງານໜຶ່ງທີ່ສຳຄັນ ແລະ ນອນຢູ່ໃນແຜນແມ່ບົດ ພັດທະນາລະບົບໄຟຟ້າຢູ່ປະເທດລາວ ແຕ່ນີ້ຮອດປີ 2030 ແນໃສ່ສ້າງເງື່ອນໄຂ ແລະ ຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນ ເພື່ອເຮັດໃຫ້ຂະແໜ'ພະລັງງານໄຟຟ້າໄດ້ຮັບການຈັດຕັ້ງປະຕິບັດດ້ວຍຈັງຫວະຕໍ່ເນື່ອງ ແລະ ໝັ້ນທ່ຽງ ກາຍເປັນກຳລັງແຮງເພື່ອຍູ້ການຂັບເຄື່ອນເສດຖະກິດແຫ່ງຊາດທັງໃນສະເພາະໜ້າ ແລະ ໄລຍະຍາວ, ປະກອບສ່ວນສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາປະເທດຊາດກ້າວຂຶ້ນຕາມທິດສັງຄົມນິຍົມ, ພ້ອມນັ້ນ ໂຄງການດັ່ງກ່າວຍັງເປັນໂຄງການໜຶ່ງທີ່ສະໜອງພະລັງງານໄຟຟ້າໃຫ້ຂົງເຂດນະຄອນຫຼວງວຽງຈັນດ້ານໃຕ້, ພ້ອມທັງເຂດເສດຖະກິດໃໝ່ ແລະ ເຂດອຸດສາຫະກຳບໍລິເວນໃກ້ຄຽງ ທີ່ກວມເອົາສອງເມືອງຄື: ຫາດຊາຍຟອງ ແລະເມືອງໄຊເສດຖາ, ໂດຍການກໍ່ສ້າງສາຍສົ່ງ 115 ກິໂລໂວນ ຈາກສະຖານີດົງໂພສີ ຫາ ສະຖານີນາໄຫ ມີໄລຍະ 10 ກິໂລແມັດ, ໃນນີ້ ສະເພາະສະຖານີນາໄຫ ຊຶ່ງເປັນສະຖານີໃໝ່ທີ່ມີກຳລັງຕິດຕັ້ງ ລວມທັງໝົດ 100 ເມກາວັດອຳເປ (MVA) ແລະ ສະຖານີດົງໂພສີ ແມ່ນສ້າງ Bays 115 ກິໂລໂວນ 4 Bays ພ້ອມອຸປະກອນ ແລະ ອື່ນໆຄົບຊຸດ ​ໂດຍ​ມີມູນຄ່າທັງໝົດ 76 ລ້ານໂດລາ ຊຶ່ງເປັນເງິນກູ້ນະໂຍບາຍພິເສດຈາກ Exim Bank of China.

ໂອກາດດັ່ງ​ກ່າວ ທ່ານ ຄຳມະນີ ອິນທິລາດ ໄດ້​ກ່າວ ວ່າ: ໃນຊຸມປີຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ໃນຖານະທີ່ເປັນເສນາທິການໃຫ້ແກ່ລັດຖະບານ ກໍໄດ້ວາງວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອຸດສາຫະກຳພະລັງງານໄຟຟ້າ ໂດຍສະເພາະການຂຸດຄົ້ນທ່າແຮງບົ່ມຊ້ອນ​ຂອງແຫຼ່ງນ້ຳທຳມະຊາດເພື່ອຜະລິດ ແລະ ສະໜອງກະແສໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການໃນການຊົມໃຊ້ຢູ່ພາຍໃນປະເທດ ແລະ ເພີ່ມທະວີການສົ່ງອອກໃຫ້ນັບມື້ຫຼາຍຂຶ້ນ, ບົນພື້ນຖານຮັບປະກັນ​ໃຫ້ການພັດທະນາພະລັງງານໄຟຟ້າ ທີ່ເປັນມິດກັບສິ່ງແວດລ້ອມ, ຜະລິດພະລັງງານທີ່ສະອາດ, ມີລັກສະນະຍືນຍົງ ແລະ ສູ້ຊົນເພື່ອເຮັດໃຫ້ ສປປ ລາວ ກາຍເປັນໃຈກາງດ້ານພະລັງງານຂອງອາຊຽນເທື່ອລະກ້າວ, ມາຮອດປະຈຸບັນລາວ ມີເຂື່ອນຜະລິດພະລັງງານໄຟຟ້າ ທັງໝົດ 47 ແຫ່ງ, ດ້ວຍກຳລັງຕິດຕັ້ງ 6.465 ເມກາວັດ ແລະ ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 35.120 ກິກະວັດໂມງຕໍ່ປີ, ພ້ອມນັ້ນກໍ່​ສ້າງ 53 ແຫ່ງ ທີ່, ຊຶ່ງຄາດວ່າຮອດປີ 2020-2021 ທີ່ຈະມາເຖິງ ລາວຈະມີແຫຼ່ງຜະລິດພະລັງງານໄຟຟ້າທັງໝົດ 100 ແຫ່ງ ດ້ວຍກໍາລັງຕິດຕັ້ງ 13.120 ເມກາວັດ ແລະ ມີກຳລັງການຜະລິດ 66.944 ກິໂລວັດໂມງຕໍ່ປີ, ໃນນັ້ນ 85% ສົ່ງອອກໄປຢູ່ຕ່າງປະເທດ,  ສະນັ້ນ ຖ້າໂຄງການນີ້ສຳເລັດກໍ່ຈະກາຍເປັນປະກອບ​ສ່ວນທີ່ສຳຄັນ ແລະ ເປັນພື້ນຖານເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ໃນຂອບເຂດນະຄອນຫຼວງວຽງຈັນ ຊຶ່ງເປັນເຂດຍຸດທະສາດທີ່ສໍາຄັນໃນການຜະລິດກະສິກໍາ, ອຸດສາຫະກຳ, ການຜະລິດເປັນສິນຄ້າ, ເຂດໃຫ້ບໍລິການ ແລະ ອື່ນໆ ໃຫ້ມີຄວາມສະດວກ, ເພາະໂຄງການດັ່ງກ່າວ ຈະເນັ້ນຜ່ານເຂດຊຸມຊົນທີ່ເປັນເຂດພວມພັດທະນາໃນທຸກດ້ານຂອງເຂດເມືອງຫາດຊາຍຟອງ ເພື່ອຮັບປະກັນທາງດ້ານກະສິກຳແບບຄົບວົງຈອນ, ດ້ານອຸດສາຫະກຳ, ການຂົນສົ່ງ, ການປຸງແຕ່ງ, ການບໍລິການ ແລະ ອື່ນໆ ທີ່ພວມຂະຫຍາຍຕົວຢ່າງວ່ອງໄວຢູ່ໃນປັດຈຸບັນ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ