ມາ​ເລ​ເຊຍສ້າງຄວາມສຸກ​ໃຫ້​​ແກ່ປະຊາຊົນ
2017-11-22 14:42:50  cri 

ທ່ານ​ນາ​ຈິບ ຕຸ​ນ ຣາຊັກ ນາຍົກລັດຖະມົນຕີມາ​ເລ​ເຊຍ ຊີ້​ໃຫ້​ເຫັນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ລັດຖະບານ​​ໄດ້​ພັດທະນາ​ຊັບພະຍາກອນ​ມະນຸດ, ສັງຄົມ ​ແລະ ຫຼຸດຄວາມ​ແບກ​ຫາບ​ຊີວິດ​ປະຈຳວັນ​ຂອງ​ປະຊາຊົນ​ໃຫ້​ໜ້ອຍ​ລົງ ​ເພື່ອ​ໃຫ້​ປະຊາຊົນ​ຮູ້ສຶກ​ມີ​ຄວາມສຸກ​ ​ແລະ​ປອງ​ດອງເພີ່ມ​ຂຶ້ນ ສົ່ງ​ຜົນ​ເຮັດ​ໃຫ້ປະ​ເທດ​ຕົນ​ຄອງ​ອັນ​ດັບ​ທີ 42 ​ໃນການ​ຈັດ​ອັນ​ດັບທີ່​ລະບຸ​ໄວ້​ໃນ "ບົດ​ລາຍ​ງານຄວາມສຸກ​ໃຈ​ທົ່ວ​ໂລກ 2017" ​ໂດຍ​ປະກາດ​ໃນ "​ເຄືອ​ຂ່າຍ​ພັດທະນາ​ແບບ​ຍືນ​ຍົງ" ຂອງ​ອົງການ​ສະຫະ​ປະຊາ​ຊາດ.

ທ່ານ​ນາ​ຈິບ ຕຸ​ນ ຣາຊັກ ກ່າວ​ຕື່ມ​ວ່າ: ​ເພື່ອຫຼຸດຜ່ອນການ​​ແບກ​ຫາບ​​​ຊີວິດ​ປະຈຳ​ວັນຂອງ​ປະຊາຊົນ​ໃຫ້​ໜ້ອຍ​ລົງ, ລັດຖະບານໄດ້ອະນຸມັດ "ກອງ​ທຶນ​ຊ່ວຍ​ປະຊາຊົນ​ມາ​ເ​ລ​ເຊຍ" ​ໃຫ້ 7 ລ້ານຄອບຄົວ, ອຳນວຍ​ບໍລິການ​ສາທາລະນະ​ສຸກວິຊາ​ສະ​ເພາະທີ່​ຄ່າ​ຕ່ຳ​ສຸດ 1 ລິງ​ກິດ ​ແລະ​ອື່ນໆ. ນອກ​ນີ້, ​ໃນ "ບົດ​ລາຍ​ງານ​ຄວາມ​ສຸກ​ໃຈ​ທົ່ວ​ໂລກ 2017", ປະ​ເທດ​ຕົນ​​ໄດ້ຢູ່​ອັນ​ດັບທີ 4 ​ໃນ​ບັນດາປະ​ເທດ​​ແລະ​ເຂດ​ແຄວ້ນຢູ່​ອາຊີທີ່ສຸກໃຈ​ທີ່​ສຸດ. ຂະນະ​ທີ່​ປະ​ເທດ​ຕົນ ​ໄດ້​​ຢູ່​ອັນ​ດັບ​ນຳ​ໜ້າ​ກວ່າ​ຍີ່ປຸ່ນ, ຣັດ​ເຊຍ, ອີ​ຕາ​ລີ ​ແລະ ສ.​ເກົາຫຼີ ​ເຊິ່ງ​​​ສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະບານ​ປະ​ເທດ​ຕົນ​ບໍ່​ພຽງ​ແຕ່​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ພັດທະນາ​ປະທດ​ເທົ່າ​ນັ້ນ, ຫາກ​ຍັງ​ໃຫ້​ຄວາມ​ສຳຄັນ​ຕໍ່​ຄວາມ​​ເບີກບານ​ມ່ວນ​ຊື່ນ ​ແລະ ຄວາມ​ປອງ​ດອງ​ຂອງ​ປະຊາຊົນ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ