ຈີນຈັດ​ກອງ​ປະຊຸມ​ລັດຖະມົນຕີ​ຖະ​ແຫຼງຂ່າວ​ຈີນ-ອາ​ຊຽນ
2017-11-22 17:16:47  cri 

ກອງ​ປະຊຸມ​ລັດຖະມົນຕີ​ຖະ​ແຫຼງຂ່າວ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ຊູ່​ໂຈ່​ວ ​ເທດສະບານ​ແຂວງ​ຈ່ຽງຊູ ສປ ຈີນ ​ໃນ​ວັນ​ທີ 22 ພະຈິກ​ນີ້ ​ໂດຍ​ຝ່າຍ​ຕ່າງໆ​ໄດ້​ປຶກສາ​ຫາລື​ກັນ​ຢ່າງ​ກວ້າງຂວາງ​ໃນ​ຫົວຂໍ້ "​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດການຂ່າວ ​ແລະ ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຊຽນ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ" ​ແລະ​ໄດ້​ຮັບຮອງ "ຂໍ້​ລິ​ເລີ່​ມກອງ​ປະຊຸມ​ລັດຖະມົນຕີ​ຖະ​ແຫຼງຂ່າວ​ຈີນ-ບັນດາປະ​ເທດ​ອາ​ຊຽນ".

ທ່ານ​ຈຽງ​ຈ້ຽນ​ໂກ໋ວ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ທັງ​ເປັນ​ຫົວໜ້າ​ຫ້ອງການ​ຖະ​ແຫຼງຂ່າວ​ຄະນະ​ລັດຖະບານ​ຈີນ ພ້ອມ​ດ້ວຍ​ລັດຖະມົນຕີ ຫຼື ຜູ້ຕາງໜ້າລັດຖະມົນຕີຂອງ​ອົງການ​ຖະ​ແຫຼງຂ່າວ​​ບັນດາ​ປະ​ເທດ​ໃນ​ອາ​ຊຽນ ​ເຊັ່ນ ລາວ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.

ທ່ານ​ຈຽງ​ຈ້ຽນ​ໂກ໋ວ ​ໄດ້​ກ່າວ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ວ່າ: ​ກ່ອນໜ້າ​ນີ້​ບໍ່​ດົນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ອາ​ເປັກ​ທີ່​ຈັດ​ຂຶ້ນຢູ່​ຫວຽດນາມ ​ແລະ​ໃນ​ການ​ປະຊຸມ, ທ່ານ​ກໍ​ໄດ້​ກ່າວ​ຂະນະ​ພົບ​ປະ​ກັບ​ຜູ້ນຳ​ຂອງ​ປະ​ເທດ​ອາ​ຊຽນວ່າ: "ຈີນ​ຈະ​ເດັດດ່ຽວ​ພັດທະນາ​ການ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ກັບ​ອາ​ຊຽນ ​ແລະ​ຮ່ວມ​ກັບ​ອາ​ຊຽນກ້າວ​ໄປ​ສູ່​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ". ຄຳ​ເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ບໍ່​ພຽງ​ແຕ່​ໄດ້​ວາດ​ພາບ​ການ​ພັດທະນາ​ສາຍ​ພົວພັນ​ຈີນ-ອາ​ຊຽນ​ໃນ​ອະນາຄົດ​ທີ່​ດີງາມ​ເທົ່າ​ນັ້ນ, ຫາກ​ຍັງ​​ເປັນ​ການ​ຊີ້​ທິດ​ທາງ​ແຫ່ງ​ການ​​ແລກປ່ຽນ ​ແລະ ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ຂອງ​ສອງ​ຝ່າຍ​ອີກ​ດ້ວຍ. ຈາກ​ນີ້, ຕົນ​ຈຶ່ງ​ສະ​ເໜີ 4 ຂໍ້​ສຳລັບ​ການ​​ແລ​ກປ່ຽນ​ແລະ​ຮ່ວມ​ມື​ດັ່ງກ່າວ​: ໜຶ່ງ, ຮ່ວມ​ກັນສົ່ງ​ສຽງ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ອາຊີ; ສອງ, ຮ່ວມ​ກັນ​ສະ​ແດງ​ຄວາມ​​ໃຝ່ຝັນ​ແຫ່ງ​ການ​ພັດທະນາ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ; ສາມ, ຮ່ວມ​ກັນ​ສ້າງ​ຮູບ​ແບບ​ການ​ຮ່ວມ​ມື​ດ້ານ​ການ​ສະໜອງ​ໃຫ້​ດີ ​ແລະ ສີ່, ຮ່ວມ​ກັນ​ຊຸກຍູ້​ການ​ສົນທະນາ​ລະຫວ່າງ​ອາລະຍະ​ທຳ​ອາຊີ.

ຂະນະທີ່​ທ່ານ​ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ສປປ ລາວ ກໍ​ກ່າວວ່າ: ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ເນັ້ນຫົວ​ຂໍ້​​ໃຫຍ່​ສຳຄັນ​ຄື​ແນວ​ນີ້ ກໍ​ໝາຍ​ເຖິງ​ການ​ເຮັດ​ແນວ​ໃດ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ  ​ແລະ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຊຽນ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ. ສະນັ້ນ, ພວກ​ເຮົາກໍພ້ອມສະໜັບສະໜູນ​ຫົວ​ຂໍ້​ນີ້ ​ແລະ​ຂໍ້​ລິ​ເລີ່​ມຕ່າງໆ ທີ່​ບັນດາ​ຝ່າຍຕົກລົງ​ກັນ. ​ແນວ​ໃດ​ກໍ​ດີ, ​ໃນ​ຂອບ​ອາ​ຊຽນ, ສອງ​ຝ່າຍຈີນ-ລາວ ​ແລະ ​ຫຼາຍຝ່າຍຈີນ-ອາ​ຊຽນ ມີຫຼາຍ​ໂຄງການ​ຮ່ວມ​ມື ຈຶ່ງ​ສາມາດ​ເຮັດ​ໃຫ້​ພວກ​ເຮົາຮ່ວມ​ມືກັນ​ຢ່າງ​ກວ້າງຂວາງ​ໃນຂົງ​ເຂດ​ຕ່າງໆ ​​ເຊັ່ນ ອຸປະກອນ​ເຕັກນິກ, ການ​ຊົມ​ໃຊ້​ຂໍ້​ມູນ​ຂ່າວສານ​ຮ່ວມ​ກັນ, ການ​ອົບຮົມ​ບຸກຄະລາ​ກອນ, ການ​ສ້າງ​ຄວາມ​ສາມາດ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ