ໝີ​ແພນ​ດາ "ຢິງ​​ເສ" ​ແລ​ະ "ປ່າ​ສີ"​ ​ໄດ້​ຮັບ​ການກວດ​ສຸຂະພາບ ​ພ້ອມປ່ອຍສູ່​ທຳ​ມະ​ຊາດ
2017-11-22 16:17:30  cri 

ວັນ​ທີ 21 ພະຈິກ​ນີ້​, ​ເຈົ້າ​ໜ້າ​ທີ່​ສົດ​ຕະວະ​ແພດ​ສູນ​ຄົ້ນຄວ້າ​ອະ​ນຸລັກ​ໝີ​ແພນດາ​ຈີນ​ໄດ້​ກວດ​ສຸຂະພາບໝີ​ແພນ​ດາ "ປະ​ສີ" ​ແລະ "ຢິງສຸຍ"​ ​ຂະນະ​ທີ່​ວັນ​ທີ 23 ​ເດືອນ​ດຽວ​ກັນ​ກໍ​ຈະ​ປ່ອຍສູ່​​ທຳ​ມະ​ຊາດ​ຢ່າງ​ເປັນ​ທາງ​ການ. ​​ເຈົ້າ​ໜ້າ​ທີ່​​ເປີດ​ເຜີຍ​ຜົນ​ການກວດ​ໂດຍ​ບອກ​ວ່າ ສຸຂະພາບ​ຂອງໝີ​​ແພນ​ດາທັງ​ສອງເປັນ​ປົກກະຕິ. ນອກຈາກ​ນີ້, ພະນັກງານບັນທຶກ​ຮອຍ​ຕີນ​ຂອງ "ຢິງ​ເສ" ​ແລະ "ປ່າສີ" ​ແລະ​​ໃສ່​ປອກຄໍGPS​ໃຫ້​ມັນ ​ເພື່ອ​ເປັນ​ຂໍ້​ມູນ​ຕິດຕາມ​ການ​ເຄື່ອນ​ໄຫວພາຍຫຼັງ​ປ່ອຍສູ່​ທຳ​ມະ​ຊາດ.​

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ