ທ່ານ​ຫຼີ​ເຄິ້ສຽງພົບ​ປະ​ກັບຄະນະ​ຜູ້​ແທນວົງການ​ເສດຖະກິດ​ຍີ່​ປຸ່ນ
2017-11-22 16:48:41  cri 

ຕອນ​ບ່າຍວັນ​ທີ 21 ພະຈິກ​ນີ້, ທ່ານ​ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້ພົບ​ປະກັບ​ຄະນະ​ຜູ້​ແທນວົງການ​ເສດຖະກິດ​ຍີ່​ປຸ່ນຢູ່ຫໍ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ນະຄອນຫຼວງ​ປັກ​ກິ່ງ.
ທ່ານ​ຫຼີ​ເຄິ້ສຽງ​ກ່າວ​ວ່າ: ການ​ພັດທະນາສາຍ​ພົວພັນ​ຈີນ-ຍີ່ປຸ່ນຢ່າງ​ໝັ້ນຄົງ​ລ້ວນ​ແຕ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມຂອງສອງຝ່າຍ. ຂະນະ​ທີ່​ຂໍ​ກະ​ແຈຂອງ​ການ​ປັບປຸງ​ສາຍ​ພົວພັນ​ຈີນ-ຍີ່ປຸ່ນ​​ໃຫ້​ດີ​ຂຶ້ນກໍ​ຄືຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ເຂົ້າ​ໃຈ​ຂອງປະຊາຊົນ​ສອງ​ຊາດ. ຫວັງ​ວ່າ​ສອງ​ຝ່າຍຈະ​​ຖະ​ແນ​ທະ​ໜອມ ​ແລະ​ປັບປຸງທ່າ​ອ່ຽງທີ່​ດີ ​ແລະຊຸກຍູ້​ໃຫ້​ພັດທະນາ​ຕາ​ມ​ທິດທາງ​ຖືກຕ້ອງ, ຫຼີກ​ເວັ້ນບໍ່​ໃຫ້​ເກີດຜົນ​ສະທ້ອນ​​ໃດໆ ​ແລະ​ບັນລຸ​ການ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ.

ທ່ານ​ກ່າວ​ຕື່ມ​ວ່າ: ການ​ພັດທະນາ​ສາຍ​ພົວພັນ​ຈີນ-ຍີ່ປຸ່ນ​ແຍກ​ອອກ​ຈາກ​ການ​ຊຸກຍູ້​ຂອງ​ການ​ຮ່ວມມື​ເສດຖະກິດ​-ການ​ຄ້າບໍ່​ໄດ້ ​ເຊິ່ງຫວັງ​ວ່າ​ວົງການເສດຖະກິດ​ຍີ່ປຸ່ນ​ຈະສືບ​ຕໍ່​ຮັກສາ​ມູນ​ເຊື້ອ​ທີ່​ດີ, ​ເອົາ​ໃຈ​ໃສ່​ປັບ​ປຸງ ​ແລະ​ພັດທະນາ​ສາຍ​ພົວພັນ​ຈີ​ນ-ຍີ່ປຸ່ນ, ຂະນະ​ດຽວ​ກັນ​​ກໍ​​ໃຫ້ເສີມ​ຂະຫຍາ​ຍບົດບາດອິດ​ທິ​ພົນ​ຂ​ອງຕົນ ສົ່ງ​ເສີມ​ການ​ແລກປ່ຽນ​ດ້ານວັດທະນະທຳ, ຊາວ​ໜຸ່ມ, ທ້ອງ​ຖິ່ນ ​ແລະ​ອື່ນໆ ​ເພື່ອ​ໃຫ້​ວົງ​ການ​ຕ່າງໆຍີ່​ປຸ່ນ​ເຫັນ​ເປັນ​ເອກະ​ພາບກັນ ​ຄື ຖື​​ເອົາສັນຕິພາບ, ມິດຕະພາບ ​ແລະ​ການ​ຮ່ວມ​ມື​​ເປັນ​ທິດ​ທາງ​ຫຼັກ​ຂ​ອງການ​ພັດທະນາສາຍ​ພົວພັນ​, ຖອດ​ຖອນ​ບົດຮຽນ​ຈາກ​ປະຫວັດສາດ ​ແລະຫັນ​ໜ້າ​ສູ່​ອະນາຄົດ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ສອງ​ປະ​ເທດ​ໃຫ້​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ​​ຍືນ​ຍົງ ບົນ​ພື້ນຖານປະຕິບັດ​ຕາ​​ມ​ສີ່​​ເອກະສານ​ທາງ​ການ​ເມືອງ​ຈີນ-ຍີ່ປຸ່ນ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ