ແຂວງຟູຈ້ຽນກັບກຳປູເຈຍຈັດງານເຊື່ອມຕໍ່ການຮ່ວມມືດ້ານເສດຖະກິດການຄ້າ ແລະການທ່ອງທ່ຽວ
2017-11-22 11:20:06  cri 

ວັນທີ 21 ພະຈິກນີ້, ງານເຊື່ອມຕໍ່ການຮ່ວມມືດ້ານເສດຖະກິດການຄ້າ ແລະ ການທ່ອງທ່ຽວລະຫວ່າງແຂວງຟູຈ້ຽນຈີນ ກັບ ກຳປູເຈຍໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ.

ທ່ານຫຼີອ້ານ ທີ່ປຶກສາທູດການຄ້າຂອງສະຖານທູດຈີນປະຈຳກຳປູເຈຍກ່າວວ່າ, ໃນປະຫວັດສາດ, ແຂວງຟູຈ້ຽນແມ່ນສູນການຄ້າທາງທະເລທີ່ສຳຄັນຂອງຈີນ, ທັງແມ່ນໜຶ່ງໃນແຂວງທີ່ເສດຖະກິດພັດທະນາໄວທີ່ສຸດ, ການຮ່ວມມືດ້ານເສດຖະກິດການຄ້າກັບກຳປູເຈຍຈະເຮັດໃຫ້ສອງຝ່າຍຕ່າງກໍ່ຄ້ຳຈູນເຊິ່ງກັນ ແລະ ມີອະນາຄົດທີ່ດີ.

ທ່ານຮວງເຕີເຈີ້ ຮອງຫົວໜ້າພະແນກການຄ້າແຂວງຟູຈ້ຽນຈີນກ່າວວ່າ, ປີ 2016, ຍອດມູນຄ່າການຄ້າຂາເຂົ້າຂາອອກລະຫວ່າງແຂວງຕົນ ກັບ ກຳປູເຈຍບັນລຸເຖິງ 250 ລ້ານໂດລາ. ແລະນັບແຕ່ເດືອນມັງກອນຫາເດືອນກັນຍາປີນີ້, ກໍ່ບັນລຸຍອດມູນຄ່າການຄ້າຂາເຂົ້າຂາອອກລະຫວ່າງສອງຝ່າຍແລ້ວແມ່ນ 180 ລ້ານໂດລາ. ປັດຈຸບັນ, ແຂວງຕົນໄດ້ລົງທຶນຢູ່ກຳປູເຈຍທີ່ໄດ້ຈົດທະບຽນມີ 18 ໂຄງການ, ໂດຍມີຍອດມູນຄ່າການລົງທຶນ 380 ລ້ານໂດລາ ແລະການລົງທຶນ ຕົ້ນຕໍເນັ້ນໃສ່ຂົງເຂດກະສິກຳ, ການລ້ຽງສັດ ແລະ ລ້ຽງສັດທະເລ, ການຜະລິດເສື້ອຜ້າອາພອນ ພ້ອມທັງການທ່ອງທ່ຽວ ແລະ ໂຮງແຮມ. ທ່ານກ່າວຕື່ມວ່າ, ແຂວງຕົນຈະສະໜັບສະໜູນວິສາຫະກິດເຂົ້າໄປລົງທຶນຢູ່ກຳປູເຈຍໃຫ້ຫຼາຍກວ່າເກົ່າເພື່ອຊຸກຍູ້ການພັດທະນາເສດຖະກິດສັງຄົມກຳປູເຈຍທັງເຮັດໃຫ້ສອງຝ່າຍຊ່ວຍຊູຍູ້ໜູນ ກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ