​ປະທານສະພາເອີລົບກ່າວການເພີ່ມທະວີ​ສາຍພົວພັນກັບເຂດປານການແມ່ນຈຸດຍຸດທະສາດ​ຫຼັກຂອງສະຫະພາບເອີລົບ
2017-11-22 16:31:58  cri 

ວັນ​ທີ 21 ພ​ະ​ຈິກ​ນີ້, ​ຢູ່​ນະ​ຄອນ​ຫຼວງໂຊເຟຍ,ທ່ານ​ອັນ​​ໂຕ​ນີໂອ ​ຕາຈາ​ນີ ປະ​ທານ​ສະ​ພາ​ເອີ​ລົບ​ທີ່​ພວມ​ຢ້ຽມ​ຢາມບຸນກາຣີກ່າວ​ວ່າ, ສະ​ຫະ​ພາບ​ເອີ​ລົບ​ພວມ​ສຸມ​ກຳ​ລັງ​​ເສີມຂະ​ຫຍາຍ​​ສາຍ​ພົວ​ພັນ​ກັບ​ປະ​ເທດ​ປາ​ນ​ການ, ​ເນື່ອງ​ຈາກ​ນີ້ແມ່ນ​ໜຶ່ງ​ໃນ​ຈຸດ​ຍຸດ​ທະ​ສາດຫຼັກ​ຂອງ​ສະ​ຫະ​ພາບ​ເອີ​ລົບ.

ມື້​ດຽວ​ກັນ, ໃນ​ການ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັບ​ທ່ານ​ໂບຍກໍ ໂບ​ຣີ​ຊົ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ບຸນ​ກາ​ຣີ, ທ່ານ​​ຕາ​ຈາ​ນີ​​ກ່າວ​ວ່າ, ເຂດ​ປານ​ການ​ມີ​ຄວາມ​ໝາຍ​ສຳ​ຄັນ​​ຫຼາຍສຳ​ລັບ​ອະ​ນາ​ຄົດ​ຂອງ​ສະ​ຫະ​ພາບ​ເອີ​ລົບ ແລະ ສະ​ຫະ​ພາບ​ເອີ​ລົບ​ກໍ່ສະ​ໜັບ​ສະ​ໜູນ​ບຸນ​ກາ​ຣີ​​ສຸມ​ທຸກ​ຄວາມ​ພະ​ຍ​າ​ຍາມ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ປາ​ນ​ການ​ພາກ​ຕາ​ເວັນ​ຕົກ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ລົບ ເຊິ່ງ​ບັນ​ຫາ​ນີ້, ບຸນ​ກາ​ຣີ​ຕ້ອງ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຂອງ​ຕົນ.

ທ່ານ​ໂບ​ຣີ​ຊົ​ຟ​ກ່າ​ວ​ວ່າ, ​ຖ້າປະ​ເທດ​ປາວ​ການ​ພາກ​ຕາ​ເວັນ​ຕົກ​​ໄດ້ເຂົ້າ​ເປັນ​ສະ​ມາ​ຊິກ​ມີ​ຜົນ​ດີ​ຕໍ່​ຄວາມ​ໝັ້ນ​ຄົງ, ສະ​ເຖຍ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຂອງ​ເຂດ​ນີ້ ເຊິ່ງ​ໃນ 6 ເດືອນ​ຕົ້ນ​ປີ​ໜ້າ, ບຸນ​ກາ​ຣີ​ຈະ​ເປັນ​ປະ​ທານ​ໝູນ​ວຽນ​ສະ​ຫະ​ພາບ​ເອີ​ລົບ​ກໍ່​ພ້ອມ​ຊຸກ​ຍູ້​​ໃຫ້​ປະ​ເທດ​ປາ​ນ​ການ​ພາກ​ຕາ​ເວັນ​ຕົກ​ເຂົ້າ​ເປັນ​ສະ​ມາ​ຊິກແລະນີ້​ແມ່ນ​ວຽກ​ງານການ​ຕ່າງ​ປະ​ເທດ​ຈຸດ​ໜັກ​ຂອງ​ບຸນ​ກາ​ຣີ​ໃນ​ປີ​ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ