ອາ​ເມ​ລິ​ກາ​ປະ​ກາດຂວ້ຳ​ບາດສ​ປ​ປ​ເກົາ​ຫຼີ​ຮອບ​ໃໝ່
2017-11-22 17:03:12  cri 

ວັນ​ທີ 21 ພະ​ຈິກ​ນີ້, ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ປະ​ກາດ​ວ່າ,ຈະ​ຂວ້ຳ​ບາດ​ຕໍ່​ວິ​ສ​າ​ຫະ​ກິດ​ຫຼາຍ​ແຫ່ງ, ກຳ​ປັ່ນ ແລະ ເອ​ກະ​ຊົນ​ຂອງ​ສປ​ປ​ເກົາ​ຫຼີ ເພື່ອ​ຕັດ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ ແລະ ​ຈຳ​ກັດລາຍ​ຮັບ​ຂອງ​ສ​ປ​ປ​ເກົາ​ຫຼີ​ຕື່ມ​ອີກ.

ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ດັ່ງ​ກ່າວວ່າ, ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ສະ​ກັດ​ກັ້ນ​ເງິນ​ທຶນ​ທີ່​ສ​ປ​ປ​ເກົາ​ຫຼີ​ຈະ​ນຳ​ໃຊ້​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ​.

ໃນ​ຖະ​ແຫຼງ​ການ, ທ່ານສະ​​ຕິບ​ເວັນ ມູ​ນູ​ຊິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ​ກ່າວ​ວ່າ, ການ​ຂວ້ຳ​ບາດ​ເທື່ອ​ນີ້​ຈະ​ເພີ່ມ​ກຳ​ລັງ​ໜີບ​ດ້ານ​ເສດ​ຖະ​ກິດສ​ປ​ປ​ເກົາ​ຫຼີ​ຕື່ມ​ອີກ.    ອີງ​ຕາມ​ຂໍ້​ກຳ​ນົດ​​ການ​ຂວ້ຳ​ບາດ, ເງິນ​ທຶນ​ຂອງ​ບຸກ​ຄົນ ແລະ ອົງ​ການ​​ທີ່​ຖືກ​​ຂວ້ຳ​ບາດຢູ່​ອາ​ເມ​ລິ​ກາ​ຈະ​ຖືກອາ​​ຍັດ​, ​ຫ້າມປະ​ຊາ​ຊົນ​ອາ​ເມ​ລິ​ກາຊື້​ຂາຍ​ກັບ​ພວກ​ເຂົາ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ