ນາ​ຍົກ​ອີ​ຣັກຢືນ​ຢັນ​ປາບ​ປາມ​ກຸ່ມ IS ​ໄດ້ແລ້ວ
2017-11-22 17:18:20  cri 

ວັນ​ທີ 21 ພະ​ຈິກ​ນີ້, ທ່ານໄຮ​ເດີ ອານ ອາ​ບາ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ​ກ່າວ​ວ່າ, ອີ​ຣັກ​ໄດ້​ສິ້ນ​ສຸດ IS ​ເຊິ່ງ​ເປັນ​ອົງ​ການ​ຫົວ​ຮຸນ​ແຮງ​ທາງ​ທະ​ຫານ​ແລ້ວ.

ໃນ​ການ​ຖະ​ແຫຼງຂ່າວ​ຫຼັງ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ, ທ່ານ​ອ​າ​ບາ​ດີ​ກ່າວ​ວ່າ, 3 ປີ​ຜ່ານ​ມາ, ອີຣັກ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ສົງ​ຄາມ​ຕ້ານ​ການ​ກໍ່​ການ​ຮ້າຍ​​ໂດຍ​ສາ​ມາດ​ຍຶດ​ຄອງ​ເມືອງຣາ​ວາ​ໄດ້​ຄືນ​ໃໝ່, "​ຜູ້​​ຫຼົງ​ເຫຼືອ" ຂອງ IS ​ໄດ້​ປົບ​ໜີ​ໄປ​ເຂດ​​ທະ​ເລຊາຍ​ພາກ​ຕາ​ເວັນ​ຕົກ​​ແລະ​ເປັນ​ທີ່​ຈະແຈ້ງ​ທີ່​ສຸດ​ວ່າ, ​ປາບ​ປາມ​ກຸ່ມ IS ​ໄດ້​ແລ້ວ.

ທ່ານ​ອາ​ບາ​ດີ​ກ່າວ​​ຕື່ມວ່າ, ຫຼັງທະ​ຫານ​ລັດ​ຖະ​ບານ​​ສຳ​ເລັດ​ການປາບ​ປາມ​ຢູ່​ເຂດທະ​ເລ​ຊາຍ​​ພາກ​ຕາ​ເວັນ​ຕົກ, ​ແລ້ວ​ກໍ່ຈະ​ປະ​ກາດ​ເຖິງ​ຄວາມ​ປະ​ລາ​ໄຊ​ກຸ່ມໃນ​ທີ່​ສຸດ.

​ແນວ​ໃດ​ກໍ່​ດີ, ທ່ານ​ອາ​ບາ​ດີ​ກ່າວ​ເນັ້ນ​ວ່າ, ໄພ​ຂົ່ມ​ຂູ່​​ຈາກ​ອົງ​ການ​ຍັງ​ມີ​ຢູ່, ແຕ່​ຈະ ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສະ​ກັດ​​ກັ້ນ​ກຸ່ມ IS ​ບໍ່​ໃຫ້ກໍ່​ການ​ໂຈມ​ຕີ​ຢູ່​ຕົວ​ເມືອງ​​ເຊິ່ງ​ນີ້​ຄື​ສິ່ງ​ທ້າ​ທາຍ​ສຳ​ຄັນ​ທີ່​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ອີ​ຣັກ​ຈະ​ຜະ​ເຊີນໃນຕໍ່​ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ