ຜູ້​​​​ຕາງ​ໜ້າວິ​ສາ​ຫະ​ກິດ​ 5 ປະ​ເທດ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຍົກ​ລະ​ດັບ​ຢູ່​ນະ​ຄອນ​ຄຸນ​ມິງ
2017-11-23 16:03:37  cri 
"ຊຸດ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ປະ​ເທດອາ​ຊີ​ແລະ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ" ໄດ້ເປີດ​ຢູ່​ນະ​ຄອນ​ຄຸນ​ມິງ​ແຂວງ​ຢຸນ​ນານ ສ​ປ ຈີນ​ໃນ​ວັນ​ທີ 22 ພະ​ຈິກ​ນີ້, ​ໂດຍຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ວິ​ສາ​ຫະ​ກິດ 30 ກວ່າ​ທ່ານ​ຈາກ​ບັງ​ກະ​ລາ​ເດັດ, ເນ​ປານ, ລາວ, ມຽນ​ມາ​ແລະ​ກຳ​ປູ​ເຈຍເຂົ້າ​ຮ່ວມ, ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ຕໍ່​​ການ​ສົ່ງ​ອອກ​ສິນ​ຄ້າ​ໄປ​ປະ​ເທດ​ຈີນ.

​ຊຸດ​ອົບ​ຮົມ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໂດຍ​ສູນ​ອົບ​ຮົມ​ຂອງຄະ​ນະ​ກຳ​ມະ​ການ​ສົ່ງ​ເສີມການ​ຄ້າ​ສາ​ກົນ​ຈີນ, ໂດຍ​ມີຜູ້​ແທນ 34 ​ທ່ານ​ຈາກວິ​ສາ​ຫະ​ກິດ, ລັດ​ຖະ​ບານ​ແລະ​ສະ​ມາ​ຄົມ​ການ​ຄ້າ​ 5 ປະ​ເທດ​ເຂົ້າ​ຮ່ວມ, ​ແລະວິ​ສາ​ຫະ​ກິດ​ດັ່ງ​ກ່າວ​ໄດ້​ກ່ຽວ​ພັນ​ເຖິງ​ຫຼາຍ​ຂົງ​ເຂດ​ເຊັ່ນ​ໜັງ, ເພັດນິນ​ຈິນ​ດາ, ຜ້າ​​ໄໝ​, ສະ​ບຽງ​ອາ​ຫານ​ແລະ​ອື່ນໆ. ນອກ​ຈາກ​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ​ແລ້ວ, ຜູ້​​​ຕາງ​ໜ້າ​ເຫຼົ່າ​ນີ້​ຍັງ​ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຕ່າງໆ​ເຊັ່ນ "ງານ​ວາງ​ສະ​ແດງ​ສິນ​ຄ້າ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄັ້ງ​ທີ 2" ແລະ​ເວ​ທີ​ປຶກ​ສາ​ຫາ​ລື​ອື່ນໆ, ​ວາງສະ​ແດງ​ສິນ​ຄ້າ​ທີ່​ມີ​​ເອ​ກະລັກ​ ​ພິ​ເສດ​ຂອງ​ປະ​ເທດ​ຕົນ, ຂະ​ນະ​ດຽວ​ກັນ​​ກໍ​ຈະ​ໄດ້ແລກ​ປ່ຽນ​ແລະ​ປຶກ​ສາ​ຫາ​ລື​ກັບ​ວິ​ສາ​ຫະ​ກິດ​ຈີນ​ໂດຍ​ສະ​ເພາະວິ​ສາ​ຫະ​ກິດ​ນຳ​ເຂົ້າ​ສິນ​ຄ້າ​ແຂວງ​ຢຸນ​ນານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ