ລັດ​ຖະ​ມົນ​ຕີ​ຖະ​ແຫຼງ​ຂ່າວ​ຈີນ-​ອາ​ຊຽນເຫັນ​ພ້ອມຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-​ອາ​ຊຽນ
2017-11-24 09:40:30  cri 
ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຖະ​ແຫຼງ​ຂ່າວ​ຈີນ-​ອາ​ຊຽນ​ທີ່​ຫ້ອງ​ການ ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ ເປັນ​ເຈົ້າ​ພາບ​​ຈັດ​ຂຶ້ນ​ຢູ່​ເມືອງ​ຊູ​ໂຈ່ວ​ແຂວງ​ຈ່ຽງ​ຊູ​ຂອງ​ຈີນ​ໃນ​ວັນ​ທີ 22 ພະ​ຈິກນີ້. ລັດ​ຖະ​ມົນ​ຕີຫຼື​ຜູ້​ຕາງ ໜ້າ​ລັດ​ຖະມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ຂອງ​ຈີນ ກຳ​ປູ​ເຈຍ ອິນ​ໂດ​ເນ​ເຊຍ ລາວ ມຽນ​ມາ ຟິ​ລິບ ປິນ ໄທ ແລະ​ປະ​ເທດໃນ​ອາ​ຊຽນ​ອື່ນໆ​ໄດ້​ຫາ​ລື​ກັນ​ຢ່າງ ກວ້າງ​ຂວາງ​ກ່ຽວ​ກັ​ບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ຖະ​ແຫຼງ​ຂ່າວ, ​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-​ອາ​ຊຽນ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ​ຫຼັງ​ຈີນ ​ສຳ​ເລັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ.

ທ່ານ​ຈ່ຽງ​ຈ້ຽນ​ໂກ ຮອ​ງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຫົວ​ໜ້າ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ກ່າວ​ ໂດຍ​ ​ແນະ​ນຳ​ຜົນ​ງານ​​ທີ່ສຳ​ຄັນ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ​ທັງ​ກ່າວ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ສະ​ໄໝ​ໃໝ່​ແຫ່ງ​ການ​ສ້າງ​​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ແລະ​ໄດ້​ເລີ່ມ​ຂະ​ບວນການ​ໃໝ່​ແຫ່ງ​ການ​ສ້າງ​ປະ​ເທດ​ສັງ​ຄົມ ນິ​ຍົມ​ທີ່​ທັ​ນ​ສະ​ໄໝ, ຂະ​ນະ​ດຽວ​ກັນ​ກໍ​ຍິນ​ດີ​ເອົາ​ການ​ພັດ​ທະ​ນາ​ຂອງ​ຕົນ​ພົວ​ພັນ​ກັບ ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ໃນອາ​ຊຽນ​ຢ່າງ​ແໜ້ນ​ແຟ້ນ, ຊຸກຍູ້​ໃຫ້​ຂໍ້​ລິ​ ເລີ່ມ ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ເຊື່ອມ​ຈອດ​ກັບ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ອາ​ຊຽນ​ຢ່າງ​ເລິກ​ເຊິ່ງ. ​ຂະ​ແໜງ​ການ​ຖະ​ແຫຼງ​ຂ່າວ​ຄວນ​​ຕັ້ງ​ໜ້າເສີມ​ຂະ​ຫຍາຍ​ບົດ​ບາດ, ຊຸກ​ຍູ້​ສື່ ມວນ​ຊົນ​ຕ່າງໆ​ພ້ອມ​ກັນ​ໂຄ​ສະ​ນາ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ອາ​ຊີ​​ຢ່າງ​ແຂງ​ແຮງ, ​ຍົກ​ໃຫ້​ເຫັນ​ຜົນ​ປະ​ໂຫຍດ​ຈາກການ​ຮ່ວມ​ມື, ສົ່ງ​ເສີມ​ຄວາມ​ມຸ່ງ​ຫວັງ​ໄປ​ສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ຊຸກຍູ້​ແລະ​ແລກ​ປ່ຽນ​ອາ​ລິ​ຍະ​ທຳ​ຂອງ​ອາ​ຊີ​​ເພື່ອສ້າງ​ບັນ​ຍາ​ກາດ​​ທີ່​ດີໃຫ້​ແກ່ ​ພາກ​ພື້​ນແຫ່ງນີ້​ເພື່ອພັດ​ທະ​ນາ​ໄປ​ພ້ອມ​ກັນ.

ບັນ​ດາ​ຝ່າຍໄດ້​ຫາ​ລື​ ແລະ​ເປັນ​ເອ​ກະ​ພາບ​ລົງ​ນາມຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ກອງ​ປະ​ຊຸມ​ລ​ະ​ດັບ​ລັດ​ຖະ​ມົນ​ຕີ​ຖະ​ແຫຼງ​ຂ່າວ​ຈີນ-​ອາ​ຊຽນ ໂດຍ​ໄດ້​ສະ​ແດງ​ເຖິງ​ຄວາມ​ປາ​ຖະ​ໜາ​​ທີ່​ດີ​ງາມ ໃນ​ການ​ລົງ​ເລິ​ການ​ຮ່ວມ​ມື​ດ້ານຖະ​ແຫຼງ​ຂ່າວ ເຊິ່ງ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​​ລະ​ບຸ​ວ່າ, ຈີນ-​ອາ​ຊຽນ​ຄວນ​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ ແລະ​ເຊື່ອມ ​ຈອດ​ກັນ​ລະ​ຫວ່າງ​​ຂະ​ແໜງ​ການ​ຖະ​ແຫຼງ​ຂ່າວ ແລະ​ອົງ​ການ​ຈັດ​ຕັ້ງ​ຖະ​ແຫຼງ​ຂ່າວ​ຕ່າງໆ, ພະ​ຍາ​ຍາ​ຍາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພິມ​ຈຳ​ໜ່າຍ, ວິ​ທະ​ຍຸ, ຮູບ​ເງົາ, ໂທ​ລະ​ພາບ​ແລະ​ສື່​ໃໝ່, ຕັ້ງ​ໜ້າ​ລາຍ​ງານ​ຜົນ​ງານ ແລະ​ຄວາມ​ຄືບ​ໜ້າ​​ໃນ​ທຸກ​ຂົງ​ເຂດຂອງ​ຝ່າຍ​ຕ່າງໆ​, ສົ່ງ​ເສີມ​​ການ​ສົນ​ທະນາ​ກັນ​ລະ​ຫວ່າງ​ອາ​ລິ​ຍະ​ທຳ​ທີ່​ຕ່າງ​ກັນ​ໃນ​ອາ​ຊີ ແລະ​ດຳ​ເນີນ​ການ​ຄົ້ນ ຄວ້າ​ດ້ານ​ຄັງ​ປັນ​ຍາ ,ຊຸກ​ຍູ້​ການ​ສ້າງ​ເວ​ທີ​ແລ​ກ​ປ່ຽນ​​ສື່ມວນ​ຊົນ​ໃນ​ຮູບ​ແບບ​ກົນ​ໄກ ເຊັ່ນ: ສະ​ຫະ​ພັນ​ຮ່ວມ​ມື​ຖະ​ແຫຼງ​ຂ່າວ ໜຶ່ງ​ແລວ ທາງ​ໜຶ່ງ​ເສັ້ນ​ທາງ ແລະ​ອື່ນໆ.

ນອກ​ນີ້, ຜູ້​ຮ່ວມ​ປະ​ຊຸມ​​ໄດ້​ຫາ​ລື​ກັນ​ໂດຍ​ປິ່ນ​ອ້ອມ​ຫົວ ຂໍ້ຂອງ​ກອງ​ປະ​ຊຸມ. ໂອ​ກາດ​ດັ່ງ​ກ່າວທ່ານ​ບໍ່​ແສງ​ຄຳ ວົງ​ດາ​ລາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ລາວ​ກ່າວ​ວ່າ, ພວກ​ຂ້າ​ພະ​ເຈົ້າ​ເຊື່ອມ​ໝັ້ນ​ວ່າ ມາດ​ຕະ​ການ​​ການ​ສ້າງ​ເປັນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-​ອາ​ຊຽນ​ທີ່​ຈີນ​ສະ​ເໜີ​​ນັ້ນ ຈະ​ສົ່ງ​ຜົນ​ປະ​ໂຫຍດ​ໃຫ້​ບັນ​ດາ​ປະ​ເທດໃນ​ອາ​ຊຽນ ແລະ ​ປະ​ຊາ​ຊົນ​ຢູ່​ໃນ​ພາກພື້ນ​ແຫ່ງນີ້. ຂະ​ນະ​ທີ່ທ່ານ​ອັນ ​ດາ​ນາ​ຣ ລັດ​ຖະ​ມົນ​ຕີ​ຖະ​ແຫຼງ​ຂ່າວ​ຂອງ​​ສຳ​ນັກ​ງານ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ກ່າວ​ວ່າ, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ອອກ​ມາ​ວ່າ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນພິ​ເສດ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ຍຸກ​ໃໝ່ ເຊິ່ງ​ເຮັດ​ໃຫ້​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ຕ່າງໆ​ລວມ​ທັງ​ຟິ​ລິບ​ປິນ​ມີ​ຄວາມ​ຫວັງຢ່າງ​ຫຼວງ​ຫຼາຍ, ​ແລະເຊື່ອ​ວ່າ ຂໍ້​ລິ​ເລີ່ມ ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ​ຈະ​ນຳ​ເອົາ​ໂອ​ກາດ​ຢ່າງ​ມະ​ຫາ​ສານ​ມາ​ສູ່ ທົ່ວ​ໂລກ.​ສ່ວນທ່ານ​ແກວ​ກັນ​ນາ​ເຣັດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ກຳປູ​ເຈຍ​ກ່າວ​ວ່າ, ​ຫຼັງ​ການ​ແລກ​ປ່ຽນ​​ກໍ​ຫວັງ​ວ່າ ຈະສາ​ມາດ​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ແລະ​ສົ່ງ​ເສີມ​ມິ​ດ​ຕະ​ພາບ​ລະ​ຫວ່າງ​ປະ​ເທດ​ຕ່າງໆ ເຮັດ​ໃຫ້​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-​ອາ​ຊຽນ​ມີ​ເນື້ອ ໃນ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ. ນອກ​ນີ້, ເຈົ້າ​ໜ້າ​ທີ່​ຖະ​ແຫຼງ​ຂ່າວອິນ​ໂດ ເນ​ເຊຍ ມຽນ​ມາ ແລະ​ໄທ​ຕ່າງ​ກໍ​ກ່າວວ່າ ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຄວາມ​ ໝາຍ​ສຳ​ຄັນ​ຕໍ່​ການ​ຮັດ​ແໜ້ນ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-​ອາ​ຊຽນ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ